ອີກແລ້ວ!. ເກີດອຸປະຕິິເຫດ ຢູ່ທາງດ່ວນວຽງຈັນ-ວັງວຽງ

ໃນວັນທີ 9 ເມສາ 2021 ທີ່ທາງແຍກສະຖານີນາຊອນ, ໄດ້ເກີດອຸປະຕິເຫດລົດຕຳຮົ້ວກັ້ນທາງດ່ວນ ສາເຫດຂອງການເກີດອຸປະຕິເຫດໃນຄັ້ງນີ້ແມ່ນເນື່ອງຈາກຜູ້ຂັບຂີ່ເມົາແລ້ວຂັບ, ປະກອບກັບການໃຊ້ຄວາມໄວໃນການຂັບຂີ່ທີ່ເກີນກຳນົດ, ອຸປະຕິເຫດດັ່ງກ່າວແມ່ນບໍ່ມີຜູ້ໄດ້ຮັບບາດເຈັບ.

ສະພາບເຫດການ: ໃນຕອນຄ່ຳຂອງວັນທີ 9 ເມສາ 2021 ເວລາປະມານ 19:52 ນາທີ. ຢູ່ເທິງທາງດ່ວນວຽງຈັນ-ວັງວຽງ, ລະຫວ່າງສະຖານີນະຄອນຫຼວງ-ບ້ານບົວ. ລົດເກັງສີຂາວຄັນໜຶ່ງໄດ້ປະສົບອຸປະຕິເຫດຕຳເຂົ້າກັບຮົ້ວກັ້ນຂອງສະຖານີເກັບເງິນນາຊອນ, ໄກ້ກັບຈຸດກິໂລແມັດທີ K11+730, ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບແຕ່ຢ່າງໃດ.

ຕຳຫຼວດຈະລາຈອນ ແລະ ພະນັກງານບໍລິຫານຄຸ້ມຄອງທາງດ່ວນໄດ້ໄປຮອດທີ່ຈຸດເກີດເຫດ ແລະ ກວດສອບຫາສາເຫດທີ່ພາໃຫ້ເກີດອຸປະຕິເຫດຄັ້ງນີ້, ພ້ອມທັງດຳເນີນການຊ່ວຍເຫຼືອຜູ້ທີ່ປະສົບອຸປະຕິເຫດທັນທີ.

ອີງຕາມການໃຫ້ການຂອງຜູ້ຂັບຂີ່: ຈຶ່ງໄດ້ຊາບວ່າຜູ້ກ່ຽວໄດ້ດື່ມສິ່ງມຶນເມົາແລ້ວຂັບລົດ ແລະ ພາຍຫຼັງທີ່ດື່ມສິ່ງມຶນເມົາແລ້ວພາໃຫ້ບໍ່ມີສະຕິຈຶ່ງຂັບລົດດ້ວຍຄວາມໄວສູງ, ເຮັດໃຫ້ບໍ່ສາມາຄວບຄຸມລົດໄດ້, ຈຶ່ງເຮັດໃຫ້ເກີດອຸປະຕິເຫດດັ່ງກ່າວ.

ບໍລິສັດທາງດ່ວນລາວ-ຈີນຂໍເຕືອນມາຍັງນັກຂັບຂີ່ທຸກທ່ານ, ອຸປະຕິເຫດຄັ້ງນີ້ເຮັດໃຫ້ພວກເຮົາຮຽນຮູ້ວ່າ:
1 ຫ້າມດື່ມສິ່ງມຶນເມົາແລ້ວຂັບລົດ, ຫ້າມເມົາແລ້ວຂັບ, ຖ້ານັກຂັບຂີ່ທ່ານໃດດື່ມສິ່ງມຶນເມົາ ຫຼື ມີອາການເມົາແລ້ວ, ກະລຸນາຢ່າຂຶ້ນທາງດ່ວນ.
2.ຫ້າມໃຊ້ຄວາມໄວເກີນກຳນົດໃນການຂັບຂີ່ເທິງທາງດ່ວນ
