ວິທີລ້ຽງແລະການດູແລເບີ່ງແຍງ ” ໄກ່ງວງ ”
+ ວິທີລ້ຽງໄກ່ງວງກ
- ການລ້ຽງໄກ່ງວງມີຫຼາຍວິທີເຊັ່ນລ້ຽງແບບໃນເລົ້າ ລ້ຽງແບບປະສົມກຶ່ງເລົ້າ ກຶ່ງທົ່ງນາ ຫຼືກະເສດບາງທ່ານໄດ້ດັດແປງອາຄານພໍ່ຄ້າມາເປັນສະຖານທີ່ລ້ຽງເພາະມີພື້ນທີ່ຈຳກັດ ລິທີລ້ຽງນັ້ນກໍ່ແລ້ວແຕ່ພື້ນທີ່ຂອງເຮົາໃຫ້ເບິ່ງຕາມ
- ຄວາມເໝາະສົມ ຖ້າລ້ຽງຫຼາຍຕ້ອງເຮັດເປັນໂຮງເຮືອນທີ່ແຂງແຮງໝັ້ນຄົງ ຄອກສ້າງດ້ວຍໄມ້ເນື້ອແຂງ ຫຼັງຄາມຸງດ້ວຍສັງກະສີ ກະເ-ືອ ຫຼື ຫຍ້າຄາ ຈະຕ້ອງສ້າງໂດຍມີອາກາດຖ່າຍເທໄດ້ສະດວກ ຢ່າໃຫ້ອັບ ທຳຄວາມສະອາດໄດ້ງ່າຍ
- ຄວນທຳຄວາມສະອາດຄອກໃຫ້ສະໜໍ່າສະເໝີປ່ຽນວັດສະດຸຮອງພື້ນ ໃຊ້ປູນຂາວໂຮຍຂ້າເຊື້ອອຸປະກອນໃຫ້ນໍ້າ ອາຫານ ຕ້ອງມີບ່ອນແຂນ ແລະ ໃຫ້ນຳມາທຳຄວາມສະອາດລ້າງຕາກແດດໃຫ້ແຫ້ງຢ່າງສະໝໍ່າສະເໝີ ແລະ ຕ້ອງ
- ມີລານສຳລັບໃຫ້ໄກ່ງວງຍ່າງອອກກຳລັງກາຍ ດັ່ງນັ້ນການສ້າງໂຮງເຮືອນຈຶ່ງອາດເປັນລັກສະນະລ້ອມດ້ວຍຕາໜ່າງ ຫຼື ຮົ້ວໄມ້ກວ້າງໆແລ້ວມີໂຮງເຮືອນທີ່ມີຫຼັງຄາຢູ່ບໍລິເວນກາງຄອກ ຫຼືດ້ານຂ້າງກໍ່ໄດ້ ສຳລັບໃຫ້ໄກ່ງວງລົບແດດລົບ
- ຝົນ ທີ່ສຳຄັນຈັດກຽມບ່ອນໃຫ້ໄກ່ງວງເພາະໄກ່ງວງມັກນອນບ່ອນສູງ ເນື່ອງຈາກໄກ້ງວງມີພັນທຸກຳຂອງໄກ່ປາຈຶ່ງມີຮ່າງກາຍທີ່ແຂງແຮງ ແລະ ທົນຕໍ່ໂລກ ລັກສະນະຂອງບ່ອນນອນຈະຕ້ອງເປັນໄມ້ກົມບໍ່ມີຫຼ່ຽມເຊັ່ນ ໄມ້ໄຜ່
- ສຳລັບອາຫານນັ້ນກະເສດຈະຕ້ອງປະສົມເອງ ໂດຍໃຊ້ຫຍ້າ ບວກກ້ວຍ ຜັກບົ້ງຢ່າງລະ 1 ສ່ວນ ເປັນສ່ວນປະສົມຫຼັກ ແລະ ນຳໄປປະສົມກັບມັນ 1 ສ່ວນ ຮຳ 4 ສ່ວນ ແລະ ປາປປົ່ນອີກ 1 ສ່ວນ ມາຄົນໃຫ້ເຂົ້າກັນ ເພື່ອໃຊ້ເປັນອາຫານສຳລັບລ້ຽງໄກ່ງວງ
+ ການເບິ່ງແຍງໄກ່ງວງ
- ໄກ່ງວງເປັນສັດເສດຖະກິດ ທີ່ສາມາດສ້າງລາຍໄດ້ໃຫ້ກັບຜູ້ທີ່ລ້ຽງຢ່າງແນ່ນອນຄືສັດເສດຖະກິດໂຕອື່ນໆ ຢູ່ທີ່ເຮົາຈະມີແນວທາງ ແລະ ວິທີແບບໃດ ການລ້ຽງໄກ່ງວງແບ່ງອອກເປັນ 2 ແນວທາງຄື ລ້ຽງເພື່ອການຈຳໜ່າຍລູກໄກ່ງວງ
- ລ້ຽງເພື່ອຈຳໜ່າຍຊີ້ນໄກ່ງວງ ໂດຍການລ້ຽງລູກໄກ່ງວງໃຫ້ມີເປີເຊັນຄວາມລອດສູງນັ້ນຂຶ້ນຢູ່ກັບຄວາມເອົາໃຈໃສ່ເບິ່ງແຍງຂອງຜູ້ລ້ຽງ ໂດຍຈະຕ້ອງມີການເບິ່ງແຍງເອົາໃຈໃສ່ຕັ້ງແຕ່ຂັ້ນຕອນການຝັກໄຂ່ຈົນຮອດໃຫຍ່ເພື່ອຂາຍ ໂດຍແມ່ໄກ່ງວງ 1 ໂຕ ຈະອອກໄຂ່ປະມານ 2ໄ ໜ່ວຍ ແມ່ໄກ່ງວງຈະຝັກໄຂ່ເອງປະມານ 3ໄ ມື້
ເທັກນິກການລ້ຽງລູກໄກ່ງວງ
- ເກັບລູກອອກມາຈາກແມ່ເມື່ອຂົນແຫ້ງ ນຳລູກອອກມາໃສ່ໄວ້ກ່ອງ ປະມານ 15 ມື້
- ໃຫ້ອາຫານໄກ່ນ້ອຍ ແລະ ໃຫ້ນໍ້າ
- ກາງຄືນປິດຝາກ່ອງແລ້ວໃຊ້ຜ່າຄຸມເພື່ອໃຫ້ຄວາມອົບອຸ່ນ
- ເມື່ອອາຍຸຮອດ 15 ມື້ ນຳໄປໄວ້ໃນຄອກປ່ອຍລ້ຽງແບບທຳມະຊາ
- ເທື່ອອາຍຸ 30 ມື້ ໃຫ້ອາຫານຮຳລວມ+ຫົວອາຫານອັດຕາ 1:1
- ໃຫ້ອາຫານຕະຫຼອດຫ້ານໃຫ້ເຂົ້າປຽນເພາະຈະຂີ້ຂາວ
- ຖ້າໄກ່ບໍ່ແຂງແຮງໃຫ້ຫົວອາຫານເສີມ
- ກາງຄືນເອົາເຂົ້າຊຸ່ມຫາຜ້າມາປົກກັນຍຸງ
- ເມື່ອອາຍຸ 6 ເດືອນ ນໍ້າໝັກປະມານ 5-6 ກກ ໄກ່ງວງຈະເລີ່ມອອກໄຂ່
- ອາຫານທີ່ໃຫ້ຈະໃຊ້ຮຳປະສົມນໍ້າພໍເປື່ອຍຊຸ່ມ