ເຕືອນໄພ
ເລີ່ມແລ້ວ! ວັນສຸກ ທີ 9-18 ເມສາ 2021 ຈະເປັນໄລຍະ 10 ວັນ ອັນຕະລາຍ

🔥 ຕັ້ງແຕ່ ວັນສຸກ ທີ 9-18 ເມສາ 2021 ຈະເປັນໄລຍະ 10 ວັນ ອັນຕະລາຍ ຈາກການເກີດອຸບັດຕິເຫດ ຕາມທ້ອງຖະໜົນ.

ເນື່ອງຈາກ ຈະມີງານກິນລ້ຽງສັງສັນ ງານສະຫຼອງປີໃໝ່ ງານບຸນສິນກິນທານ ແລະ ການເດີນທາງໄປທ່ອງທ່ຽວ ຫຼື ກັບເຮືອນຊານ ເປັນຈໍານວນຫຼວງຫຼາຍ.

ມີຫຼາຍກິດຈະກໍາ ແມ່ນປາດສະຈາກບໍ່ໄດ້ ກັບການດື່ມສິ່ງມຶນເມົາ ບວກໃສ່ກັບ ການບໍ່ຮັກສາກົດລະບຽບຈໍລະຈອນ ແລະ ຄວາມບໍ່ຮັບປະກັນທາງດ້ານແສງສະຫວ່າງ ແລະ ສະພາບ ເສັ້ນທາງ ໃນຍາມຄໍ່າຄືນ, ເຮັດໃຫ້ໃນແຕ່ລະປີ ໄລຍະ 10 ວັນນີ້ ມີຄວາມສ່ຽງສູງສຸດ ຈາກການເກີດອຸບັດຕິເຫດ.

ຈາກສະຖິຕິ ສະເພາະໃນລະຫວ່າງວັນທີ 13-16 ເມສາ 2019, ມີອຸບັດຕິເຫດ ເກີດຂຶ້ນທັງໝົດ 198 ຄັ້ງ, ມີຜູ້ເສຍຊີວິດທັງໝົດ 28 ຄົນ ໃນທົ່ວປະເທດ.
