ຂ່າວທົ່ວໄປ
ຍິ່ງກວ່າຟ້າຜ່າລົງກາງເອິກ ໂຕແບ້ທີ່ລ້ຽງໄວ້ 68 ໂຕຖືກຟ້າຜ່າຕາຍ

ຂ່າວຈາກ World Forum ລາຍງານວ່າ ໃນວັນທີ່ 11 ເດືອນ ມີນາ ປີ 2021 ມີກະເສດຕະກອນລ້ຽງແບ້ຄົນຫນື່ງທີ່ປະເທດ ໂປຣຕຸເກດ ໃຫ້ຂໍ້ມູນວ່າ ລາວລ້ຽງແບ້ 300 ໂຕ

ໃນທົ່ງຫຍ້າທີ່ໃກ້ກັບພູ ເຊີ່ງໃນຂະນະນັ້ນຝົນກໍາລັງຈະຕົກ ລາວກໍາລັງໃຊ້ໂທລະສັບຢູ່ ແລະ ຕໍ່ມາລາວກໍ່ໄດ້ຍິນຟ້າຜ່າສຽງດັງ ແຕ່ລາວບໍ່ໄດ້ສົນໃຈ

ເພາະສຽງຟ້ານັ້ນຢູ່ໄກລາວຫລາຍ ແຕ່ຫລັງຈາກນັ້ນລາວກໍສັງເກດເຫັນຝູງແບ້ລາວທີ່ມີປະມານ 100 ໂຕ ມັນມີບາງໂຕທີ່ຍ່າງຜິດປົກກະຕິ ຈື່ງຍ່າງເຂົາໄປເບີ່ງຝູງແບ້ດັ່ງກ່າວ ແລະ ລາວກໍ່ຕ້ອງຕົກໃຈກັບພາບທີ່ເຫັນຢູ່ທາງຫນ້າ

ເມື່ອມີແບ້ຈໍານວນຫນື່ງຖືກຟ້າຜ່າຕາຍ ເຊີ່ງນັບລວມກັນແລ້ວຖືກຟ້າຜ່າຕາຍໄປ 68 ໂຕ ເປັນການເສຍຫາຍຄັ້ງໃຫ່ຍກັບຊີວິດລາວເພາະລາຄາຂອງແບ້ໂຕຫນື່ງລາຄາເຖີງ 1,000,000-1,200,000 ກີບ ເຊີ່ງແບ້ທີ່ລາວລ້ຽງເປັນສາຍພັນພື້ນບ້ານເກົ່າແກ່
