ເຈຟ ເບຊໍສ ຍັງຮັກສາຕຳແໜ່ງມະຫາເສດຖີລວຍທີ່ສຸດໃນໂລກເປັນປີທີ 4 ຕິດຕໍ່ກັນ ມີຊັບສິນ 1,77 ແສນລ້ານໂດລາສະຫະລັດ, ຮອງລົງມາຄື ອີລອນ ມັສ ທີ່ຫຸ້ນເທສລາສົ່ງໃຫ້ຊັບສິນຂອງລາວເພີ່ມຂຶ້ນຕໍ່ເນື່ອງຈົນເຂົ້າມານັ່ງແທ່ນມະຫາເສດຖີອັນດັບ 2 ຂອງໂລກ ໂດຍລາວມີຊັບສິນ 1,51 ແສນລ້ານໂດລາ.

ຈຸດໜ້າສົນໃຈຄື ໃນປີນີ້ບັນດາມະຫາເສດຖີມີຊັບສິນລວມກັນສູງເຖິງ 13,1 ພັນຕື້ໂດລາ ເພີ່ມຂຶ້ນຈາກປີກ່ອນທີ່ມີ 8 ພັນຕື້ໂດລາເທົ່ານັ້ນ ແລະ ນີ້ຄື 10 ອັນດັບມະຫາເສດຖີລວຍທີ່ສຸດໃນໂລກປະຈຳປີນີ້.
