ແຈ້ງການ

ລັດຖະບານຮຽກຮ້ອງໃຫ້ປະຊາຊົນ ເພີ່ມທະວີຄວາມເປັນເຈົ້າການ ປ້ອງກັນ ໂ​ ຄ​ ວິ​ ດ​ – 19 ຢ່າງເຄັ່ງຄັດ

ໃນວັນທີ 12 ເມສາ 2021 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານ ກໍຄື ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໄດ້ຖະແຫລງຢ່າງເປັນທາງການ ກ່ຽວກັບການປ້ອງກັນພະຍາດດັ່ງກ່າວ ວ່າ: ໃນ 2-3 ວັນຕໍ່ໜ້ານີ້, ກໍຈະເປັນປີໃໝ່ປະຈຳຊາດລາວເຮົາ ແລະ ໃນປີຜ່ານມາ ບັນດາປະເທດໃນທົ່ວໂລກ, ລວມທັງ ສປປ ລາວ ໄດ້ປະເຊີນກັບການລະບາດຢ່າງຮ້າຍແຮງຂອງພະຍາດ COVID-19, ເຊິ່ງໄດ້ແຜ່ລາມເປັນວົງກວ້າງນັບແຕ່ຕົ້ນປີ 2020 ມາ.

ເພື່ອຮັບມືກັບສະພາບການດັ່ງກ່າວ, ລັດຖະບານ ສປປ ລາວ ໄດ້ກະ ກຽມຄວາມພ້ອມ ແລະ ວາງມາດຕະການປ້ອງກັນແຕ່ຫົວທີ, ໂດຍໄດ້ອອກຄໍາສັ່ງເລກທີ 06/ນຍ ແລະ ໄດ້ທົບທວນ ແລະ ປັບປຸງໃຫ້ສອດຄ່ອງກັບສະພາບການແຜ່ລະບາດຂອງພະຍາດ ເປັນແຕ່ລະໄລຍະ. ຄຽງຄູ່ກັນນັ້ນ, ທຸກພາກສ່ວນໃນສັງຄົມ ກໍໄດ້ເປັນເຈົ້າການຮ່ວມມື ແລະ ຈັດຕັ້ງປະຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດ. ພ້ອມນີ້, ກໍໄດ້ຮັບການຊ່ວຍເຫລືອສະໜັບສະໜູນຈາກສັງຄົມ, ອົງການຈັດຕັ້ງ ແລະ ບັນດາປະເທດເພື່ອນມິດ, ຈຶ່ງເຮັດໃຫ້ພວກເຮົາສາມາດເອົາຊະນະສັດຕູໂຕຮ້າຍກາດນີ້ໄດ້ໃນລະດັບໃດໜຶ່ງ, ຊຶ່ງສະແດງອອກບໍ່ມີຜູ້ຕິດເຊື້ອພະຍາດ COVID-19 ພາຍໃນປະເທດ ເລີ່ມແຕ່ກາງເດືອນເມສາ 2020 ເປັນຕົ້ນມາ. ໄປຄຽງຄູ່ກັນນີ້, ລັດຖະບານ ກໍໄດ້ຈັດຕັ້ງການສັກວັກແຊງໃຫ້ກຸ່ມເປົ້າໝາຍ, ມາຮອດປັດຈຸບັນ, ໄດ້ສຳເລັດເຂັມທີ 1 ຈໍານວນ 140.000 ກວ່າຄົນ ແລະ ເຂັມທີ 2 ໄດ້ເກືອບ 28.000 ຄົນ.

ປັດຈຸບັນ, ພະຍາດ COVID-19 ຍັງສືບຕໍ່ເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົານັບມື້ນັບເພີ່ມຂຶ້ນ, ຊຶ່ງບໍ່ທັນສາມາດສະກັດກັ້ນໄດ້ຢ່າງຂາດຕົວເທື່ອ, ເຊື້ອພະຍາດໄດ້ກາຍພັນ, ມີຄວາມສາມາດທຳລາຍຮ້າຍແຮງກວ່າເກົ່າ ເຮັດໃຫ້ການຕິດເຊື້ອເພີ່ມຂຶ້ນໄວຢູ່ປະເທດຕ່າງໆໃນໂລກ, ຫລາຍປະເທດມີການລະບາດຮອບ 2 ແລະ ຮອບ 3 ແລ້ວ. ມາຮອດມື້ນີ້, ພະຍາດດັ່ງກ່າວ ຍັງສືບຕໍ່ແຜ່ເຊື້ອໄປທົ່ວເຂດແຄວ້ນຂອງໂລກ, ມີຜູ້ຕິດເຊື້ອເກືອບ 136 ລ້ານຄົນ, ມີຜູ້ເສຍຊີວິດທັງໝົດເກືອບ 3 ລ້ານຄົນ. ໃນນີ້, ຢູ່ປະເທດອ້ອມຂ້າງຂອງພວກເຮົາ ກໍກຳລັງມີການລະບາດຮຸນແຮງຂຶ້ນ, ມີການລະ ບາດໃນຮອບໃໝ່, ຊຶ່ງໄດ້ຂະຫຍາຍອອກສູ່ວົງກ້ວາງ ແລະ ຍາກທີ່ຈະສະກັດກັ້ນ ແລະ ຄວບຄຸມໄວ້ໄດ້, ຊຶ່ງມີຄວາມສ່ຽງສູງທີ່ອາດຈະແຜ່ລະບາດເຂົ້າມາປະເທດເຮົາ, ເນື່ອງຈາກສັງຄົມ ເລີ່ມມີການລະເຫລີງ, ຖືເບົາຕໍ່ມາດຕະການທີ່ຄະນະສະເພາະກິດວາງອອກ ແລະ ຍັງມີສະພາບການເຂົ້າເມືອງຜິດກົດໝາຍ ແລະ ກໍຍ້ອນວ່າພວກເຮົາໄດ້ຜ່ອນຜັນມາດຕະການຈຳນວນໜຶ່ງ ເພື່ອຫລຸດຜ່ອນຜົນກະທົບຕໍ່ເສດຖະກິດ, ຊຶ່ງໄດ້ມີການອະນຸຍາດໃຫ້ເດີນທາງເຂົ້າ-ອອກ ສປປ ລາວ, ຈຶ່ງໄດ້ພົບຜູ້ຕິດເຊື້ອ ທີ່ເດີນທາງມາຈາກຕ່າງປະເທດ. ມາຮອດມື້ນີ້, ເຖິງວ່າຢູ່ ສປປ ລາວ ມີຜູ້ຕິດເຊື້ອສະສົມລວມທັງໝົດ 51 ຄົນ (ກໍລະນີໃໝ່ 2 ກໍລະນີ), ໃນນີ້ປີ່ນປົວຫາຍດີ 47 ຄົນ ແລະ ຍັງສືບຕໍ່ປິ່ນປົວ 4 ຄົນ, ແຕ່ມາຮອດວັນທີ 11 ເມສາ 2021 ໄດ້ພົບຄົນເຈັບຕິດເຊື້ອ ພາຍໃນປະເທດເປັນຄັ້ງທໍາອິດໃນໄລຍະ 1 ປີ ຜ່ານມາ.

ອີງໃສ່ສະພາບການລະບາດຢູ່ບັນດາປະເທດໃນໂລກ, ໂດຍສະເພາະປະເທດທີ່ີມີຊາຍແດນຕິດຈອດກັບປະເທດເຮົາ, ສົມທົບກັບໄລຍະນີ້ ຍັງມີແຮງງານທີ່ເດີນທາງຈາກປະເທດທີ່ມີການລະບາດຂອງພະຍາດເຂົ້າມາໃນປະເທດເຮົາ, ດັ່ງນັ້ນ ແຕ່ນີ້ຕໍ່ໄປພວກເຮົາຕ້ອງພ້ອມກັນມີສະຕິລະວັງຕົວໃຫ້ສູງກວ່າເກົ່າ ແລະ ພ້ອມກັນເອົາໃຈໃສ່ປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກໃຫ້ເຄັ່ງຄັດ ຄື: ສືບຕໍ່ປະຕິບັດຄຳສັ່ງ, ຄຳແນະນຳ, ແຈ້ງການ ທີ່ອອກມາແລ້ວໃຫ້ເຂັ້ມງວດ, ໂດຍສະເພາະຄຳສັ່ງເພີ່ມເຕີມ ກ່ຽວກັບການເພີ່ມທະວີການປະຕິບັດບັນດາມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ຫາທ້າຍເດືອນເມສານີ້.

ຈັດຕັ້ງການສັກວັກແຊງກັນພະຍາດ COVID-19 ຢ່າງເລັ່ງດ່ວນ, ໂດຍສະເພາະສຸມໃສ່ສັກໃຫ້ກຸ່ມອາຊີບ ທີ່ໃຫ້ການບໍລິການສາທາລະນະ ແລະ ຂະຫຍາຍໄປທຸກສາຂາອາຊີບຕາມແຜນທີ່ວາງໄວ້. ສະນັ້ນ, ຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ຕື່ນຕົວສະໝັກໃຈໃນການສັກວັກແຊງ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ທົ່ວສັງຄົມ, ຊຶ່ງວັກແຊງ ແມ່ນໄດ້ຮັບການຢັ້ງຢືນຈາກອົງການສາກົນ, ຫລາຍປະເທດໃນໂລກ ກໍໄດ້ນຳໃຊ້. ຜ່ານການສັກວັນແຊງໃຫ້ກຸ່ມເປົ້າໝາຍໃນໄລຍະຜ່ານມາ ບໍ່ມີການລາຍງານກ່ຽວກັບຜົນຂ້າງຄຽງທີ່ຮ້າຍແຮງເກີດຂຶ້ນ. ພ້ອມກັນນີ້, ກໍສະເໜີໃຫ້ພາກທຸລະກິດ ເປັນເຈົ້າການປະກອບສ່ວນສະໜັບສະໜູນ ແຜນການສັກວັກແຊງ, ໂດຍຜ່ານກະຊວງສາທາລະນະສຸກ.

ເພີ່ມທະວີການຕິດຕາມ, ກວດກາ ບໍລິເວນລຽບຕາມຊາຍແດນຢ່າງເຄັ່ງຄັດ ເພື່ອສະກັດກັ້ນການລັກລອບເຂົ້າປະເທດຂອງພົນລະເມືອງລາວ ແລະ ຊາວຕ່າງຊາດ, ໂດຍສະເພາະຈຸດຂ້າມລອຍລະຫວ່າງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ ເພື່ອໃຫ້ສາມາດນຳເອົາຜູ້ລັກລອບເຂົ້າເມືອງຜິດກົດໝາຍ ມາກວດວິເຄາະຊອກຫາເຊື້ອ COVID-19 ແລະ ຈໍາກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ໃຫ້ຄົບ 14 ວັນ ຕາມລະບຽບການ. ພ້ອມນີ້, ກໍຈະປະຕິບັດມາດຕະການເດັດຂາດ ຕໍ່ຜູ້ທີ່ລັກລອບເຂົ້າ-ອອກເມືອງ ຕາມລະບຽບກົດໝາຍກຳນົດ. ສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນເພີ່ມທະ ວີໃນການປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະ ຍາດ COVID-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ປັບປຸງມາດຕະຖານສູນຈຳກັດບໍລິ ເວນ, ກວດວິເຄາະຫາເຊື້ອພະຍາດໃນກຸ່ມຄົນ ທີ່ມີອາການສົງໃສ ແລະ ມີຄວາມສ່ຽງ.

ຕໍ່ສະພາບການດັ່ງກ່າວ, ລັດຖະບານມີແຜນສືບຕໍ່ສັກວັກແຊງໃຫ້ພົນລະເມືອງ ໃນປີ 2021 ໃຫ້ໄດ້ 22% ແລະ ປີ 2022 ໃຫ້ໄດ້ 70% ຂອງຈໍານວນພົນລະເມືອງທັງໝົດ. ດັ່ງນັ້ນ, ຕາງໜ້າໃຫ້ພັກ ແລະ ລັດຖະບານ ຂໍຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງ, ປະຊາຊົນລາວທຸກຖ້ວນໜ້າ, ພະນັກງານ, ທະຫານ, ຕຳຫລວດ ໃນຂອບເຂດທົ່ວປະເທດ ຜູ້ທີ່ນອນຢູ່ໃນກຸ່ມເປົ້າໝາຍທີ່ກຳນົດໄວ້ ໂດຍສະເພາະພະນັກງານຫລັກແຫລ່ງ ຈົ່ງເປັນແບບຢ່າງນຳໜ້າ, ພ້ອມພຽງໜ້າກັນໄປຮັບການສັກວັກແຊງຮີບດ່ວນໃຫ້ຄົບຖ້ວນ ເພື່ອຮັບປະກັນໃນການປ້ອງກັນການຕິດເຊື້ອ. ຂໍຮຽກຮ້ອງມາຍັງທຸກການຈັດຕັ້ງ, ທຸກອົງ ການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງທາງສັງຄົມ ຈົ່ງເປັນກຳລັງແຮງໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານວາງອອກຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງແທ້.

ໃນໂອກາດປີໃໝ່ລາວນີ້, ຂໍໃຫ້ທຸກຄົນສະເຫລີມສະຫລອງປີໃໝ່ຕາມລະບຽບຫລັກການ, ມີຄວາມປອດໄພ ແລະ ມີສະຕິ ໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button