ຂ່າວທົ່ວໄປ

ຊົມເຊີຍ ພິທີມອບ-ຮັບ​ ເຮືອນຖາວອນໃຫ້ປະຊາຊົນນຳໃຊ້ 153 ຫຼັງ (ໂຄງການ 700 ຫຼັງ)

ພິທີມອບ-ຮັບເຮືອນຢູ່ຖາວອນໃຫ້ປະຊາຊົນນຳໃຊ້ຢ່າງເປັນທາງການຄັ້ງທຳອິດ ຈຳນວນ 153 ຫຼັງ (ໂຄງການກໍ່ສ້າງເຮືອນ 700 ຫຼັງ) ໄດ້ຈັດຂຶ້ນທີ່ເມືອງສະໜາມໄຊ ແຂວງອັດຕະປື ໂດຍການເຂົ້າຮ່ວມ ຂອງ ທ່ານ ບຸນເສີດ ເສດທິລາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ຜູ້ຊີ້ນຳວຽກງານຟື້ນ ຟູໄພພິບັດທີ່ເມືອງສະໜາມໄຊ, ມີບັນດາແຂກທີ່ມາຈາກສູນກາງ, ແຂວງ, ເມືອງສະໜາມໄຊ, ພາກ ສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ໄດ້ຮັບເຮືອນຢູ່ຖາວອນໃນຄັ້ງນີ້ເຂົ້າຮ່ວມ.

ຄືຮູ້ນຳກັນແລ້ວວ່າ ເຫດການຄູກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຄັ້ງວັນທີ 23/7/ 2018 ແມ່ນເຫດການຮ້າຍແຮງທີ່ສຸດ ຊຶ່ງພັກ-ລັດຖະບານເຮົາໄດ້ຈັດເຫດການຄັ້ງນັ້ນເປັນເຫດການລະດັບ ຊາດ ຊຶ່ງບໍ່ເຄີຍມີມາກ່ອນ, ມາຮອດວັນທີ 12/4/2021 ຊຶ່ງເປັນວາລະຄົບຮອບ 3 ປີ ພໍດີ ຊຶ່ງລັດຖະ ບານ, ອົງການປົກຄອງທ້ອງຖິນຂອງແຂວງ, ເມືອງ ສຸດທີ່ມີຄວາມເປັນຫ່ວງເປັນໃຍເຫັນອົກເຫັນໃຈຕໍ່ປະ ຊາຊົນ ແລະ ໄດ້ຮ່ວມກັບ ບໍລິສັດ ພັດທະນາໂຄງການ SK ແລະ PNPC ກໍຄື ບໍລິສັດ ວັນແສງອັດ ຕະປືກໍ່ສ້າງ ໄດ້ມີຄວາມພະຍາຍາມຢ່າງສຸດຂີດເພື່ອຊ່ວຍເຫຼືອເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນຜູ້ ປະສົບໄພພິບັດດັ່ງກ່າວ.

ມາຮອດມື້ນີ້ຈຶ່ງໄດ້ຈັດພິທີມອບ – ຮັບເຮືອນຢູ່ຖາວອນຄັ້ງທຳອິດ ຈຳນວນ 153 ຫຼັງ ທີ່ນອນໃນໂຄງການກໍ່ສ້າງເຮືອນຢູ່ຖາວອນ 700 ຫຼັງ (ດ້ວຍທຶນຂອງຜູ້ພັດທະນາເຂື່ອນເຊປຽນ-ເຊນໍ້ານ້ອຍ) ມອບໃຫ້ແກ່ປະຊາຊົນຜູ້ປະສົບໄພພິບັດໃນເຂດຈັດສັນ 3 ບ້ານຄື:

ບ້ານດົງບາກໃໝ່ຫີນຄຳ, ບ້ານດອນບົກໃໝ່ທ່າແສງຈັນ ແລະ ບ້ານຫີນລາດ, ໃນນັ້ນບ້ານດົງບາກໃໝ່ຫີນຄຳ 113 ຫຼັງ, ບ້ານ ດອນບົກໃໝ່ ທ່າແສງຈັນ 10 ຫຼັງ ແລະ ບ້ານຕະມໍຢອດ 30 ຫຼັງ, ສ່ວນບ້ານປິນດົງແມ່ນຄາດວ່າຈະລົງ ມືກໍ່ສ້າງພາຍຫຼັງແລ້ວບຸນປີໃໝ່ລາວ. (ຂ່າວ: ເມືອງສະໜາມໄຊ)

Related Articles

Leave a Reply

Your email address will not be published. Required fields are marked *

Back to top button