WHO ສະເໜີ ໃຫ້ປິດຮ້ານບັນເທິງທຸກແຫ່ງ

ຮຽນທ່ານຫົວໜ້າກົມພ້ອມດ້ວຍຄະນະທີ່ເຄົາລົບ ແລະ ນັບຖືຢ່າງສູງ, ນ້ອງຂໍອະນຸຍາດລາຍງານຜົນກອງປະຊຸມEOCໃນວັນທີ12/4/2021 WHO ສະເໜີ 6 ຂໍ້ດັ່ງນີ້:

1. ສຳລັບກໍລະນີທີ 50 ສັນຊາດໄທນີ້ແມ່ນຕ້ອງໄດ້ ສືບTime lineຄືນ,
2. ປິດຮ້ານບັນເທິງທຸກແຫ່ງ, ປະກາດຫາຜູ້ທີ່ມາໃສ່ບໍລິການ ແລະ ໃກ້ສິດຜູ້ກ່ຽວໄປຕາມຢູ່ສະຖານທີ່(ໄນຄຼັບ, ວ໋ອດຄຼັບ ແລະ ດາວວຽງ2) ໃຫ້ມາກວດຫາເຊື້ອ
3. ເພີມການເຝົ້າລະວັງການລະບາດໃນນະຄອນຫຼວງສຳລັບທຸກສະຖານທີ່ທີໃຫ້ການບໍລິການສຸຂະພາບ (ໂຮງໝໍລັດ ແລະ ເອກະຊົນ)

4. ໃຫ້ມີການກວດ SARI ຖ້າເປັນໄປໄດ້ແຕ່ຖ້າເປັນໄປບໍ່ໄດ້ແມ່ນເຮັດ SARI ຕາມສະຖານທີ່ບັນເທິງ
5. ແຈ້ງການຫາແຂວງທົ່ວປະເທດໃຫ້ສຸມໃສ່ກວດກັນຕອງກຸ່ມຄົນທີ່ເດີນທາງຈາກນະຄອນຫຼວງວຽງຈັນ ແລະ ຫຼີ້ນປີໃໝ່ຢ່າງມີສະຕິ ແລະ ໃສ່ຜ້າອັດປາກຕະຫຼອດເວລາ
6. ຄະນະສະເພາະກິດຕ້ອງໄດ້ລົງໄປຜືນທີ່ອີກເພື່ອເກັບຂໍ້ມູນໃຫ້ລະອຽດ ( ວ໋ອດຄັບ, ໄນຄັບ, ດາວວຽງ2)

ກອງປະຊຸມປິດລົງເວລາ 9: 30 ປະທານກອງປະຊຸມໃຫ້ທີມໃນຫ້ອງປະຊຸມຈັດກອງປະຊຸມປະເມີນຄວາມສ່ຽງຕໍ່ ທີ່ຫ້ອງປະຊຸມຊັ້ນ2ຂອງກົມຄວບຄຸມເພື່ອປຶກສາແລະແບ່ງວຽກແຕາລະພາກສ່ວນລົງສືບກໍລະນີທີ50(ຄົນໄທທີບໍ່ຍ່ອມໃຫ້ຂໍ້ມູນການເດີນທາງຕົນເອງຕໍ່ຄະນະສະເພາະກິດ) ແລະ ຈະລາຍງານຜົນຂອງກອງປະຊຸມອີກຕາມຫຼັງ