ພະນັກງານວິຊາການ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ລັດວິສາຫະ ກິດໄຟຟ້າລາວ ສົມທົບກັບ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ລົງເຄື່ອນໄຫວ ເມື່ອບໍ່ດົນມານີ້ ກ່ຽວກັບການປັບປຸງບໍາລຸງຮັກສາໄຟອໍານາດ ແລະ ປ່ຽນດອກໄຟເຍືອງທາງ 21 ເສັ້ນ ໃນນະຄອນຫຼວງວຽງຈັນ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ຂອງ ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ.
ໃນຈໍານວນ 21 ເສັ້ນທາງດັ່ງກ່າວ, ມີ 5 ເສັ້ນທີ່ລັດວິສາຫະກິດໄຟຟ້າລາວເປັນຜູ້ຮັບຜິດຊອບ ຄື: ຖະໜົນໄກສອນພົມວິຫານ (ປະຕູໄຊ ຫາ ວົງວຽນດອນໜູນ), ຖະໜົນກໍາແພງເມືອງ (ຂົວຮ່ອງແຊງ ຫາ ວົງວຽນໜອງໄຮ), ຖະໜົນທ່າເດື່ອໄລຍະ1 (ວົງວຽນວັດສີເມືອງ ຫາ ວົງວຽນຈີ່ນາຍໂມ້), ຖະໜົນອາຊຽນ 3ແຍກບ້ານອາກາດ ຫາ ຖະໜົນ 23 ສິງຫາ ແລະ ໄຟອຳນາດຫຼັກ 6 ຫາ ວົງວຽນໂທລະພາບແຫ່ງ ຊາດ.
ຂ່າວ-ພາບ: EDL