ເຈົ້າໜ້າທີ່ເມືອງສັງທອງ ຈັບຜູ້ລັກລອບເອົາສິນຄ້າມາແຕ່ປະເທດເພື່ອນບ້ານ ໃຊ້ເຮືອ 5 ລຳ ແລະ ມີສິນຄ້າຈຳນວນຫຼາຍ

ໃນວັນທີ 11 ເມສາ 2021 ເວລາ 19ໂມງ 00 ນາທີ ປກສ ເມືອງສັງທອງ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີ ວ່າຈະມີການລັກລອບເອົາສິນຄ້າຂ້າມມາແຕ່ປະເທດໄທເຂດບໍລິເວນບ້ານສຳພັນນາ ເມືອງສັງທອງ ນວ.

ສະນັ້ນ ປກສ ເມືອງສັງທອງ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດ ລົງຕິດຕາມກວດກາ ມາຮອດເວລາ 21 ໂມງ 30 ນາທີ ໄດ້ເຫັນເຮືອແກ່ເຄື່ອງເຂົ້າມາຝັ່ງປະມານ 5 ລໍາ, ມີກຳມະກອນຂົນເຄື່ອງ ປະມານ 10 ຄົນລໍຖ້າຂົນເຄື່ອງຢູ່ແຄມຝັ່ງ,
ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດກາພົບເຫັນ ຫອຍແຄງ ຈຳນວນ 5 ເປົາ, ໃບຂີ້ຫູດ 15 ເປົາ, ແກ່ນໝາກງາດຳ 6 ເປົາ, ພ້ອມທັງກັກຕົວທ້າວ ຕີ ອາຍຸ 44ປີ, ປະຊາຊົນ ບ້ານສຳພັນນາ ມາດຳເນີນການສືບສວນ-ສອບສວນ.

ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງສັງທອງ ຈະດຳເນີນການສືບສວນ-ສອບສວນ ສ່ວນຜົນການສືບສວນ-ສວບສວນ ຈະລາຍງານໃຫ້ຊາບພາຍຫຼັງ ແລະ ເພື່ອຮັບປະກັນບໍ່ໃຫ້ສິນຄ້າດັ່ງກ່າວຖືກຈໍາໜ່າຍເຊິ່ງຈະເຮັດໃຫ້ມີຄວາມສ່ຽງຕໍ່ການຕິດພະຍາດໂຄວິດ19 ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ນໍາສິນຄ້າດັ່ງກ່າວມາທໍາລາຍຖິ້ມ.
ການລັກລອບນໍາເຂົ້າ, ສົ່ງອອກຫຼື ນໍາພືດ, ຜະລິດຕະພັນພືດ ຫຼື ວັດຖຸ ຕ້ອງຄວບຄຸມຜ່ານ ສ ປປລາວ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ລະເມີດຕໍ່ແຈ້ງການຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການຫ້າມນໍາເຂົ້າອາຫານທະເລຊົ່ວຄາວ
ສະບັບເລກທີ 23 ທັນວາ 2020 ຕໍ່ກັບບັນຫາດັ່ງກ່າວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ບໍລິສັດ, ຫ້າງຮ້ານທຸລະກິດ, ພໍຄ້າຊາວຂາຍຕ່າງໆ ໃຫ້ຢຸດຕິການລັກລອບນໍາເອົາສິນຄ້າທີ່ທາງການຫ້າມນໍາເຂົ້າມາ ເພາະວ່າອາດຈະນຳເອົາເຊື້ອພະຍາດ ໂດຍສະເພາະແມ່ນພະຍາດລະບາດໂຄວິດ-19 ທີ່ກໍາລັງລະບາດຢູ່ ເຂົ້າມາແຜ່ລະບາດຢູ່ ສປປ ລາວ ກໍ່ຄືຢູ່ນະຄອນຫຼວງວຽງຈັນ

ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທີ່ອາໃສຢູ່ເຂດຊາຍແດນຕາມລຳແມ່ນ້ຳຂອງ ຈົ່ງຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນບຸກຄົນ, ກຸ່ມຄົນທີ່ເຄື່ອນໄຫວທີ່ຜິດຕໍ່ກົດໝາຍບ້ານເມືອງ ແຈ້ງຂໍ້ມູນມາໃຫ້ເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
Cr: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ