ນາຍົກກ່າວເນັ້ນໃຫ້ທຸກປະເທດ ຮ່ວມມືເພື່ອການພັດທະນາ ແລະ ການຊ່ວຍເຫຼືອຊຶ່ງກັນແລະກັນ ໃນການຮັບມືກັບສິ່ງທ້າທາຍຕ່າງໆ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວປາໄສ ທີ່ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝ ທີ 75 ພາກອະພິປາຍທົ່ວໄປທີ່ໄດ້ຈັດຂຶ້ນໃນວັນທີ 22-29 ກັນຍາ 2020, ທີ່ສຳນັກງານໃຫ່ຍອົງການ ສປຊ ທີ່ນິວຢອກ, ສະຫະລັດອາເມລິກາ ໂດຍຜ່ານວີດີໂອບົດປາໄສ ໄດ້ຖືກນໍາສະເໜີ ໃນວັນທີ 26 ກັນຍາ 2020 ທີ່ຜ່ານມາ, ໂດຍທ່ານໄດ້ເນັ້ນຢ້ຳໃຫ້ຫຼາຍປະເທດໃນໂລກພົວພັນສາກົນແບບຫຼາຍຝ່າຍ ໂດຍສະເພາະພາຍໃຕ້ກົດບັດ ອົງການສະຫະປະຊາຊາດ ໃນການປົກປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ,  ສົ່ງເສີມການຮ່ວມມືເພື່ອການພັດທະນາ ແລະ ການຊ່ວຍເຫຼືອຊຶ່ງກັນແລະກັນ ໃນການຮັບມືກັບສິ່ງທ້າທາຍຕ່າງໆ, ເປັນຕົ້ນ ການແກ້ໄຂຄວາມຂັດແຍ້ງດ້ວຍສັນຕິວິທີ, ການແກ້ໄຂຄວາມທຸກຍາກ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ ແລະ ພະຍາດລະບາດ, ໂດຍສະເພາະ ການແຜ່ລະບາດຂອງ COVID-19 ທີ່ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງທາງດ້ານເສດຖະກິດ-ສັງຄົມ ຕໍ່ມວນມະນຸດ.

 ກອງປະຊຸມສະມັດຊາໃຫ່ຍ ສປຊ ສະໄໝ ທີ 75 ພາກອະພິປາຍທົ່ວໄປ ໃນປີນີ້ ພາຍໃຕ້ຫົວຂໍ້ “ອະນາຄົດທີ່ພວກເຮົາຢາກໄດ້, ອົງການ ສປຊ ທີ່ພວກເຮົາຕ້ອງມີ: ຢືນຢັນຄືນຄວາມໝາຍໝັ້ນຮ່ວມກັນຕໍ່ຂອບການຮ່ວມມືຫລາຍຝ່າຍ” (The future we want, the United Nations we need: reaffirming our collective commitment to multilateralism). ແຕ່ເນື່ອງຈາກສະພາບການແຜ່ລະບາດຂອງ ພະຍາດ ໂຄວິດ-19, ຈຶ່ງເຮັດໃຫ້ຄະນະຜູ້ແທນຂອງບັນດາປະເທດຕ່າງໆ ບໍ່ສາມາດເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ດ້ວຍຕົນເອງ. ດັ່ງນັ້ນ ອົງການ ສປຊ ຈຶ່ງຈັດກອງປະຊຸມໃນຮູບແບບທາງໄກ ແລະ ໃຫ້ບັນດາຜູ້ນໍາຂອງປະເທດຕ່າງໆກ່າວຄຳເຫັນ ໂດຍຜ່ານການບັນທຶກວີດີໂອ ແທນການເຂົ້າຮ່ວມແບບປົກກະຕິ.

ທ່ານໄດ້ກ່າວຕື່ມວ່າ: ຖືໂອກາດນີ້ ຊົມເຊີຍ ແລະ ຂອບໃຈ ຕໍ່ການຮ່ວມມື ແລະ ຊ່ວຍ ເຫຼືອ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໃນການຊ່ວຍເຫຼືອ ສປປ ລາວ ຮັບມືກັບບັນຫາການແຜ່ລະບາດຂອງ ໂຄວິດ-19 ຊຶ່ງໄດ້ຮັບຜົນດີພໍສົມຄວນ ມີພຽງ 23 ກໍລະນີຕິດເຊື້ອ ແລະ ບໍ່ມີຜູ້ເສຍຊີວິດ. ທ່ານຍັງໄດ້ເນັ້ນໜັກ ເຖິງຄວາມສໍາຄັນຂອງກົດບັດ ສປຊ, ເຖິງວ່າຈະຜ່ານມາໄດ້ຫຼາຍກ່ວາ 7 ທົດສະວັດ ກໍ່ຕາມ, ແຕ່ຍັງແທດເໝາະກັບສະພາບປັດຈຸບັນ, ແຕ່ເຫັນວ່າ ຄວນມີການປະຕິຮູບ ເພື່ອເຮັດໃຫ້ ອົງການ ສປຊ ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດພາລະບົດ ບາດຂອງຕົນຢ່າງມີປະສິດທິພາບ ໃນສະພາບປັດຈຸບັນ. ນອກຈາກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮ່ວມກັນແກ້ໄຂບັນຫາສິ່ງທ້າທາຍທີ່ສຳຄັນຕ່າງໆ ທີ່ເປັນອຸປະສັກຕໍ່ສັນຕິພາບ ແລະ ການພັດທະນາ. ໃນຕອນທ້າຍ ທ່ານໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ຊຶ່ງໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກການແຜ່ລະບາດຂອງ ໂຄວິດ-19 ຊຶ່ງຈະເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບຕໍ່າ ແຕ່ກໍອາດຈະບໍ່ເຖິງຂັ້ນຕິດລົບ. ພ້ອມນີ້, ທ່ານໄດ້ຂໍການສະໜັບສະໜູນ ຕໍ່ການລົງສະໝັກຂອງ ສປປ ລາວ ເຂົ້າເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ ສໍາລັບສົກປີ 2023-2025 ຊຶ່ງເປັນຄັ້ງທໍາອິດ ທີ່ ສປປ ລາວ ສະໝັກເຂົ້າເປັນສະມາຊິກຂອງອົງກອນດັ່ງກ່າວ.

ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫ່ຍອົງການ ສປຊ ຈັດຂຶ້ນໃນເດືອນກັນຍາ ຂອງທຸກປີ ເພື່ອເປັນເວທີ ໃຫ້ບັນດາຜູ້ນໍາຂອງໂລກ ໄດ້ພ້ອມກັນຕີລາຄາສະພາບການສາກົນ ແລະ ຖະແຫຼງນະໂຍບາຍແຫ່ງຊາດຂອງຕົນ ໃນການແກ້ໄຂບັນຫາຕ່າງໆເຫຼົ່ານັ້ນ. ນອກຈາກນີ້, ໃນໂອກາດດັ່ງກ່າວ ຍັງມີກອງປະຊຸມປິ່ນອ້ອມຕ່າງໆຈຳນວນຫລາຍກອງປະຊຸມ ເປັນຕົ້ນ ກອງປະຊຸມ ລະດັບລັດຖະມົນຕີ ກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນ ຕິດທະເລ ແລະ ອື່ນໆ.

ຂ່າວ-ພາບ: ສນຍ

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *