ດ່ວນ ປະຊາຊົນ ລັ ກ ຂ້າມມາຈາກໄທ 2 ຄົນ ຂໍເຂົ້າໄປລາຍງານຕົວໂດຍສະຫມັກໃຈ

ໃນວັນທີ່ 11 ເມສາ 2021 ເວລາປະມານ 18ໂມງ 00ນາທີ ນາງ ສຸພິດາ ຫຼື ນໍ້າຝົນ ອາຍຸ 20 ປີ, ນັກສຶກສາ, ທ ລາມຸດ, ທ ທອງຈັນ, ທ ຖາວອນ ທັງໝົດແມ່ນຢູ່ບ້ານ ນາລ້ອງ ເມືອງຫາດຊາຍຟອງ ນວ ພວກກ່ຽວໄດ້ຈ້າງເຮືອຈັກຂ້າມມາແຕ່ປະເທດໄທ ແລ້ວໄປກັກຕົວຢູ່ບ້ານຜູ້ກ່ຽວເອງ

ມາຮອດວັນທີ 12 ເມສາ ເວລາ 12ໂມງ 00ນາທີ ຜູ້ກ່ຽວໄດ້ເຂົ້າໄປແຈ້ງຕໍ່ອຳນາດການປົກຄອງບ້ານນາລ້ອງ ແລະ ວັນດຽວກັນເວລາ 19ໂມງ 00 ນາທີ ນາງມີລີ້ ອາຍຸ 31 ປີ, ປະຊາຊົນບ້ານດົງໂພສີໄດ້ຈ້າງລົດຂົນສົ່ງລັກລອບຂ້າມພ້ອມດ້ວຍເດັກນ້ອຍ ອາຍຸ 4ປີ ແມ່ຍ່າຄົນໄທໄດ້ຝາກມາໃຫ້ແມ່ຢູ່ບ້ານຖິ່ນແທ່ນ ເມື່ອມາຮອດແລ້ວຜູ້ກ່ຽວແມ່ນໄດ້ເຂົ້າແຈ້ງອຳນາດການປົກຄອງບ້ານດົງໂພສີ ເພື່ອໃຫ້ເຈົ້າໜ້າທີ່ນຳຕົວສົ່ງໄປກັກກັນ ແລະ ກວດກາເຊື້ອຢູ່ສູນທີ່ທາງການກຳນົດ, ສ່ວນເດັກນ້ອຍແມ່ນມອບໃຫ້ຜູ້ປົກຄອງໄປຕິດຕາມເຝົ້າລະວັງ.

ດັ່ງທີ່ທາງຄະນະສະເພາະກິດຂັ້ນສູນກາງໄດ້ຖະແຫຼງຂ່າວຜ່ານໄປແລ້ວ ກໍລະນີຜູ້ຕິດເຊື້ອພະ ຍາດໂຄວິດ-19 ຄົນທີ 50 ໄດ້ມີປະຫວັດພົວພັນກັບຜູ້ທີ່ລັກລອບເຂົ້າປະເທດເຮົາແບບຜິດກົດໝາຍ. ຜູ້ທີ່ລັກລອບເຂົ້າມານັ້ນແມ່ນມາຈາກປະເທດທີ່ມີການລະບາດພາຍໃນຊຸມຊົນຮຸນແຮງ, ບວກໃສ່ປະເທດເພື່ອນບ້ານໄດ້ມີເຊື້ອພະຍາດໂຄວິດ-19 ທີ່ກາຍພັນຢູ່ນຳ ຈຶ່ງເຮັດໃຫ້ການການແຜ່ເຊື້ອພະຍາດຮອບນີ້ໄວ, ງ່າຍ ແລະ ກວມພຶ້ນທີ່ທົ່ວປະເທດ.

ສະນັ້ນ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຊົມເຊີຍສະຕິຕື່ນຕົວຂອງພວກກ່ຽວທັງໝົດ ທີ່ຈິງໃຈເຂົ້າລາຍງານ ແລະ ເອົາໃຈໃສ່ປະຕິບັດມາດຕະການຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ທີ່ທາງລັດຖະບານລາວໄດ້ວາງອອກ ແລະ ຕໍ່ກັບຜູ້ທີ່ລັກລອບເຂົ້າມາແລ້ວບໍ່ຈິງໃຈລາຍງານ ເຈົ້າໜ້າທີ່ສືບຮູ້ຈະໄດ້ນຳໃຊ້ມາດຕະການປັບໃໝຢ່າງເຂັ້ມງວດເປັນຕົ້ນແມ່ນ:

ເສຍຄ່າກວດຫາເຊື້ອ 1,200,000ກີບ/ຄັັ້ງ, ຄ່າທີ່ພັກ, ຄ່າອາຫານ 50,000ກີບ/ມື້ ໃນກຳນົດເວລາກັກຕົວ 14ວັນ ຕາມຂໍ້ຕົກລົງຂອງກະຊວງສາທາລະນະສຸກ ສະບັບເລກທີ 3439/ສທ ລົງວັນທີ 22 ທັນວາ 2020 ແລະ ຂໍໃຫ້ທຸກໆທ່ານທີ່ອາໄສຢູ່ເຂດຊາຍແດນແມ່ນ້ຳຂອງ ໃຫ້ຊ່ວຍກັນເປັນຫູເປັນຕາ ສືບຕໍ່ລາຍງານທຸກໆເຫດການກ່ຽວກັບການລັກລອບເຂົ້າປະເທດຂອງບຸກຄົນ ຫຼື ກຸ່ມຄົນໃດໜຶ່ງ.

ທຸກໆການລາຍງານຈະຊ່ວຍປ້ອງກັນໃຫ້ປະເທດຂອງພວກເຮົາຫຼຸດຜ່ອນການເກີດລະບາດຂອງພະຍາດໂຄວິດ-19 ຮອບໃໝ່, ພວກເຮົາທຸກຄົນຕ້ອງຮ່ວມໃຈກັນສະກັດກັ້ນບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດຂອງພວກເຮົາ
