ຂ່າວທົ່ວໄປ

ຊີ້ແຈ້ງຂ່າວລືການເຄື່ອນໄຫວກໍລະນີທີ50 ບໍ່ແມ່ນຄວາມຈິງ ແລະ ນະຄອນຫຼວງວຽງຈັນຍັງບໍ່ມີການລ๋ອກດາວ

ວັນທີ 13 ເມສາ 2021 ເວລາ 17:15 ຄະນະສະເພາະກິດອອກຖະແຫລ່ງບໍ່ມີຜູ້ຕິດເຊື້ອເພີ່ມ ສ່ວນຂ່າວລືກ່ຽວກັບກໍລະນີທີ 50 ທີ່ກ່າວເຖິງການເຄື່ອນໄຫວຕາມທີ່ເປັນຂ່າວໃນສື່ສັງຄົມອອນລາຍວ່າ

ມີການໄປສວນນໍ້າ ຫຼື ຮ້ານບັນເທີງຕ່າງໆນັ້ນ, ທາງຄະນະລະບຸວ່າ ພາຍຫຼັງທີ່ໄດ້ສອບສວນປະຫວັດຢ່າງລະອຽດ ແມ່ນບໍ່ເປັນຄວາມຈິງ ຈຶ່ງຂໍໃຫ້ປະຊາຊົນຢ່າແຕກຕື່ນ. ພ້ອມນັ້ນ, ຄະນະສະເພາະກິດຍັງໄດ້ກ່າວອີກວ່າ ຖ້າໄດ້ໄປໃຊ້ບໍລິການຮ້ານອິນເຕີເນັດດັ່ງກ່າວ (ຮ້ານ 189 ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ)

ຕັ້ງແຕ່ວັນທີ 9 ເມສາ ເປັນຕົ້ນມາ ແມ່ນໃຫ້ສັງເກດອາການຂອງຕົນເອງໃນໄລຍະ 14 ມື້ນີ້, ຖ້າຫາກມີອາການທີ່ເຂົ້າຂ່າຍແມ່ນຕິດຕໍ່ກວດຫາເຊື້ອກັບທາງໂຮງໝໍ.

ສຳລັບມາດຕະການຈັດຕັ້ງປະຕິບັດໃນໄລຍະບຸນປີໃໝ່ລາວສຳລັບນະຄອນຫຼວງວຽງຈັນ ແມ່ນຈະມີອອກມາໃນໄວໆນີ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button