ຫຍ້າໃບລາຍ ເຊື່ອກັນວ່າເປັນຢາອາຍຸວັດທະນະ

ຫຍ້າໃບລາຍ ເປັນພືດເລືອຕາມໜ້າດິນ, ແລ້ວມີຍອດຕັ້ງຂຶ້ນສູງເຖິງ 5-10 ຊມ. ລຳຂອງມັນເປັນສີຂຽວແກມເຫຼືອງ ຫາແດງຊໍ້າ ແລະ ເປັນຂໍ້ທຸກໆປ້ອງ, ຍາວ 1-2 ຊມ. ໃບດ່ຽວ, ຈັບລຽນເປັນວົງກຽວ, ມີຮູບໄຂ່, ສີຂຽວແກມເຫຼືອງ ຫຼື ແກມແດງ ແລະ ມີເສັ້ນກ່າງໃບ ສີເຫຼືອງ-ແດງຊ້ຳ. ຊໍ່ດອກຕັ້ງຂຶ້ນ, ຍາວ 20-25 ຊມ, ປະກອບດ້ວຍ 3-6 ດອກ, ທີ່ເປັນສີຊົມພູແກມຂາວ. ຫຍ້າໃບລາຍນີ້ໃຊ້ເປັນພືດປະດັບ ແລະ ມີຄຸນຄ່າທາງການຢາອີກນຳ ຊຶ່ງເຊື່ອກັນວ່າເປັນຢາອາຍຸວັດທະນະ. ພືດຊະນິດນີ້ສາມາດຮັກສາພິດຈາກງູກັດ ແລະ ແກງກັບຊີ້ນໝູຊ່ວຍບໍຳລຸງກຳລັງ ຫຼື ຊ່ວຍເພີ່ມພະລັງງານ ມັນເປັນພືດມັກແສງໜ້ອຍ, ເກີດປະປົນກັບໃບໄມ້ ແລະ ໄຄຫີນຕາມບ່ອນຊຸ່ມໃກ້ສາຍນ້ຳ.

ຫຍ້າໃບລາຍ ມັກຖືກຂາຍສົດໆ ຫຼື ບາງຄັ້ງກໍຖືກຮັກສາໄວ້ໃນເຫຼົ້າ. ຢູ່ພາກເໜືອ ຂອງປະເທດລາວ ມີພໍ່ຄ້າບາງຄົນ ໄດ້ລິເລີ້ມອົບແຫ້ງ ຫຍ້າໃບລາຍນີ້ແລ້ວ. ຈີນ ແລະ ໃຕ້ຫວັນ ມີຄວາມຕ້ອງການ ຫຍ້າໃບລາຍນີ້ຢູ່ຕະຫຼອດ ແລະ ກໍ່ສູງຂຶ້ນເລື້ອຍໆ. ຢູ່ພາກເໜືອຫຍ້າໃບລາຍ 1 ກິໂລ, ຂາຍກັນໃນລາຄາ 4-7 ດອນລາ (ຢູ່ພາກໃຕ້ ລາຄາ 1-2 ດອນລາ/ກລ) ແລະ ຖ້າເປັນຕົ້ນແຫ້ງແລ້ວ ຈະໄດ້ລາຄາປະມານ 65 ດອນລາ/ກລ. ການຂະຫຍາຍພັນ ສາມາດເຮັດໄດ້ທັງດ້ວຍແກ່ນ ແລະ ດ້ວຍຮາກຂໍ້ໃຕ້ດິນ ແຕ່ວ່າ ຂະຫຍາຍດ້ວຍຮາກ ຈະງ່າຍກວ່າ. ຫຍ້າໃບລາຍຈະປົ່ງໜໍ່ໃໝ່ອອກຕາມຂໍ້ຮາກຂອງມັນ, ໃນທີ່ຜ່ານມາ ກໍມີຄົນພະຍາຍາມ ແຜ່ພັນ ດ້ວຍການຕັດ ແລະ ຊຳຮາກຂໍ້ຂອງມັນແຕ່ວ່າບໍ່ໄດ້ຮັບຜົນ. ຢູ່ປະເທດໄທເພິນໄດ້ຂະຫຍາຍດ້ວຍການລ້ຽງເນື້ອເຍື່ອຊຶ່ງເຫັນວ່າ ໄດ້ຜົນດີ. ພືດຊະນິດນີ້ສາມາດຮັກສາພິດຈາກງູກັດ ແລະ ແກງກັບຊີ້ນໝູຊ່ວຍບໍຳລຸງກຳລັງ ຫຼື ຊ່ວຍເພີ່ມພະລັງງານຮ່າງກາຍ

ການຂະຫຍາຍພັນ ສາມາດເຮັດໄດ້ທັງດ້ວຍແກ່ນ ແລະ ດ້ວຍຮາກຂໍ້ໃຕ້ດິນ ແຕ່ວ່າ ຂະຫຍາຍດ້ວຍຮາກ ຈະງ່າຍກວ່າ. ຫຍ້າໃບລາຍຈະປົ່ງໜໍ່ໃໝ່ອອກຕາມຂໍ້ຮາກຂອງມັນ, ໃນທີ່ຜ່ານມາ ກໍມີຄົນພະຍາຍາມ ແຜ່ພັນ ດ້ວຍການຕັດ ແລະ ຊຳຮາກຂໍ້ຂອງມັນແຕ່ວ່າບໍ່ໄດ້ຮັບຜົນ. ຢູ່ປະເທດໄທເພິນໄດ້ຂະຫຍາຍດ້ວຍການລ້ຽງເນື້ອເຍື່ອຊຶ່ງເຫັນວ່າ ໄດ້ຜົນດີ.

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *