ພືດເປັນຢາ ພູມປັນຍາລາວ

ພູມປັນຍາກ່ຽວກັບການໃຊ້ສະໝຸນໄພພື້ນເມືອງໃນການເບິ່ງແຍງສຸຂະພາບນັບເປັນຄວາມຮູ້, ຄວາມເຊື່ອທີ່ທ້ອງຖິ່ນໄດ້ສະສົມ, ຄວາມສະຫຼາດສະຫຼຽວທີ່ສືບທອດກັນມາຈາກປູ່ຍ່າຕາຍາຍ ໃນການໃຊ້ສະໝຸນໄພ ຫຼືພືດເປັນຢາຂອງຄົນສະໄໝກ່ອນຖືເປັນເຄື່ອງມືສຳຄັນຢ່າງຍິ່ງໃນການປ້ອງກັນ ແລະ ແກ້ບັນຫາສຸຂະພາບ

ເນື່ອງຈາກປູ່ຍ່າຕາຍາຍຂອງພວກເຮົາມີຄວາມຕິດພັນ ແລະເພິ່ງພາອາໄສທຳມະຊາດເກືອບທຸກດ້ານຈົນກາຍເປັນປັດໄຈສີ່ໃນການດຳລົງຊີວິດ, ພືດຜັກບາງຊະນິດເປັນໄດ້ທັງອາຫານທີ່ມີຄຸນຄ່າທາງໂພຊະນາການ ແລະເປັນທັງຢາປົວພະຍາດ ໄດ້ຖືກນຳເອົາມາປູກໄວ້ແຄມຮົ້ວແຄມສວນ ຫຼື ກາຍເປັນພືດຜັກສວນຄົວຢ່າງທີ່ພົບເຫັນເທົ້າຈົນຮອດທຸກມື້ນີ້.

ພູມປັນຍາອັນລ້ຳຄ່າຂອງທ້ອງຖິ່ນທີ່ເກີດຈາກຄວາມສາມາດຈຳແນກລິດ ແລະ ສັບພະຄຸນຂອງພືດ ໃນທຳມະຊາດ ເພື່ອນຳໃຊ້ໃນການຢຽວຢາຮັກສາອາການເຈັບໄຂ້ໄດ້ປ່ວຍ, ເຖິງແມ່ນວ່າຄວາມສີວິໄລທາງວິທະຍາສາດຈະສ້າງໃຫ້ມີການຜະລິດຢາປົວພະຍາດ ຫຼືວັກຊີນຕ່າງໆທີ່ທັນສະໄໝ ແຕ່ສັງຄົມລາວພວກເຮົາກໍບໍ່ໄດ້ປະຖິ້ມພູມປັນຍາການນຳໃຊ້ຢຸກຢາທຳມະຊາດ ແລະທີ່ເຫັນຢ່າງປະຈັກຕາກໍຄື ການຢູ່ໄຟ ຫຼືນັ່ງກຳ.

ການນຳໃຊ້ສະໝຸນໄພພື້ນເມືອງໃນການເພື່ອບຳບັດບໍ່ສະເພາະແຕ່ແມ່ຍິງເກີດລູກໃໝ່ເທົ່ານັ້ນ ຄົນທົ່ວໄປຍັງໃຫ້ຄວາມສົນໃຈກັບການຮົມຢາເພື່ອຜ່ອນຄາຍຄວາມອິດເມື່ອຍ, ເພື່ອຂັບທາດເບື່ອໃນຮ່າງກາຍ ແລະ ຄວາມສວຍງາມ, ການໃຊ້ສະໝຸນໄພທຳມະຊາດມາເປັນຜະລິດຕະພັນບຳລຸງຜິວພັນ.

ສາດການແພດພື້ນເມືອງລາວ ຖືເປັນມໍລະດົກວິຊາທີ່ຕົກທອດຈາກຮຸ່ນສູ່ຮຸ່ນ ແລະເປັນທີ່ຍອມຮັບມາຕັ້ງແຕ່ໃດມາວ່າສາມາດປີ່ນປົວບາງພະຍາດໄດ້ດີເຊັ່ນດຽວກັບຢາຫຼວງ.

ມີຜູ້ຊ່ຽວຊານດ້ານວິຊາການຢາພື້ນເມືອງ ຫຼື ເອີ້ນວ່າ ໝໍຢາພື້ນເມືອງ, ໃນປະເທດລາວແຕ່ເໜືອຕະຫຼອດໃຕ້ , ບັນດາເຜົ່າຕ່າງໃນທ້ອງຖິ່ນ ກໍລ້ວນແຕ່ມີຕໍາລາ ແລະ ໝໍຢາສະເພາະຖິ່ນຢ່າງຫຼວງຫຼາຍພາຍມາກ, ແຕ່ທີ່ໜ້າເປັນຫ່ວງ ແມ່ນມາທຸກຮອດທຸກມື້ນີ້, ໝໍຢາພື້ນເມືອງໃນທ້ອງຖິ່ນສ່ວນຫຼາຍແມ່ນນັບມື້ແກ່ຊະລາລົງ ແລະ ເສຍຊີວິດໄປກັບຕໍາລາຢາຂອງເພີ່ນ.

ດັ່ງນັ້ນ, ສະຖາບັນການແພດ ແລະ ການຢາພື້ນເມືອງ ກໍຄືກະຊວງສາທາລະນະສຸກກໍາລັງພະຍາຍາມເຕັມທີ່ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຂຶ້ນທະບຽນພືດທີ່ເປັນຢາ ແລະ ໃກ້ຈະສູນພັນນັ້ນ ຂຶ້ນເປັນພືດຄຸ້ມຄອງ ແລະ ທັງພະຍາຍາມຮວບຮວມຕໍາລາຢາຈາກໝໍຢາພື້ນເມືອງທົ່ວປະເທດໃຫ້ເປັນຕໍາລາຢາມໍລະດົກພູມປັນຍາທາງການແພດລາວ,

ການບຳລຸງກໍ່ສ້າງບຸກຄະລາກອນດ້ານການແພດ ແລະການຢາພື້ນເມືອງໃຫ້ນັບມື້ນັບກ້າວໜ້າຍິ່ງຂຶ້ນ. ພ້ອມດຽວກັນກໍຫັນເອົາສະໝຸນໄພ ໃຫ້ກາຍມາເປັນສິນຄ້າຢ່າງຖືກຕ້ອງ ແລະປອດໄພ ສາມາດສ້າງລາຍຮັບໃຫ້ແກ່ຊຸມຊົນ.

ຊັບພະຍາກອນທໍາມະຊາດໃນປະເທດລາວທີ່ມີອຸດົມສົມບູນອັນເປັນແຫຼ່ງກຳເນີດຂອງຜົນລະໝາກຮາກໄມ້ທີ່ມີຄຸນຄ່າມີສັບພະຄຸນເປັນຢາຄ່າແພງ ຈົນຖືກຂະໜາມນາມວ່າເປັນ ຄຳຂຽວ. ທີ່ສໍາຄັນ ເພື່ອຮັກສາພູມປັນຍາ ແລະ ຕົ້ນຢາເຫຼົ່ານີ້ໄວ້ ນອກຈາກພວກເຮົາຈະສົ່ງເສີມໃຫ້ມີຜູ້ສືບທອດ ແລະຕໍ່ຍອດສາດແຫ່ງການແພດພື້ນເມືອງແລ້ວ, ທຸກໆຄົນກໍຕ້ອງຊ່ວຍກັນປົກປັກຮັກສາປ່າໄມ້ ອັນເປັນແຫຼ່ງກໍາເນີດຂອງຄຳຂຽວ ໄວ້ໃຫ້ຍືນຍົງ.

cr: ລາຍການເລາະລຸຍລາວ

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *