ສາລະໜ້າຮູ້

ຫລວງພະບາງ ສະເໜີ 12 ຫົວເລື່ອງທາງວັດທະນະທຳເຂົ້າເປັນມໍລະດົກຂັ້ນທ້ອງຖິ່ນ

ຫ້ອງການມໍລະດົກໂລກຫລວງພະບາງ ໄດ້ສຳເລັດການເກັບກຳຂໍ້ມູນມໍລະດົກ ທາງດ້ານວັດທະນະທຳ ທີ່ບໍ່ເປັນວັດຖຸ ຈຳນວນ 12 ຫົວເລື່ອງ ເຂົ້າເປັນມໍລະດົກຂັ້ນທ້ອງຖິ່ນເຊັ່ນ: ເຂົ້າໂຄບ, ຂັບສະຫລາງ-ສາມສ້າວ, ການປັ້ນໜໍ້ດິນເຜົາ, ປູນປະທາຍເພັດ, ຫັດຖະກໍາປັກດິ້ງ, ຫັດຖະກໍາເຈ້ຍປໍສາ, ຫັດຖະກໍາຊ້ານໍ້າກ້ຽງ, ເອາະຫລາມ, ລະຄອນຕຸກກະຕາອີ່ປ໋ອກ, ຂັບທຸມຫລວງພະບາງ, ຟ້ອນນາງແກ້ວ ແລະ ຫັດຖະກໍາຕີເງິນ,

ທ່ານ ແສງທອງ ລືຢ່າງ ຮອງຫົວໜ້າຫ້ອງການມໍລະດົກໂລກຫລວງພະບາງ ໄດ້ລາຍງານຕໍ່ກອງປະຊຸມ ຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ ຄັ້ງທີ 9 ເມື່ອທ້າຍອາທິດຜ່ານມານີ້ ທີ່ນະຄອນຫລວງວຽງຈັນ.

ເອາະຫລາມຫລວງພະບາງ

ທ່ານ ແສງທອງ ລືຢ່າງ ໄດ້ລາຍງານວ່າ: ໃນໄລຍະຜ່ານມາ ທາງຫ້ອງການມໍລະ ດົກໂລກຫລວງພະບາງ ກໍໄດ້ລົງໂຄສະນາໃຫ້ຄວາມຮູ້ແກ່ປະຊາຊົນເຂົ້າໃຈ ກ່ຽວກັບການປົກປັກຮັກສາ ແລະ ຄຸ້ມຄອງ ມໍລະດົກໂລກ, ຄຸ້ມຄອງການປຸກສ້າງ ແລະ ປະຕິສັງຂອນບັນດາເຮືອນເກົ່າແກ່ທີ່ຂຶ້ນບັນຊີເປັນມໍລະດົກໂລກຕ່າງໆໄດ້ ຢ່າງຕັ້ງໜ້າ. ພ້ອມໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ກ່ຽວກັບການກໍ່ສ້າງຕາຝັ່ງເຈື່ອນອ້ອມຕົວເມືອງຫລວງ,

ເຊິ່ງມັນມີຄວາມຈຳເປັນຫລາຍທີ່ສຸດ ເພາະໃນລະດູຝົນປີ 2016 ຜ່ານມາໄດ້ເກີດນ້ຳຖ້ວມເຮັດໃຫ້ເກີດການເຊາະເຈື່ອນ ຢູ່ຈຸດບ້ານຄີລີ ແລະ ບ້ານຊຽງທອງ, ເຊິ່ງອາດເຮັດໃຫ້ບາງເຂດທີ່ຢູ່ລຽບຕາມແຄມ ນ້ຳຄານເສຍຫາຍ. ໃນປີ 2019 ຜ່ານມາ ຫລວງພະບາງ ກໍກະກຽມສະເຫລີມສະຫລອງມໍລະ ດົກໂລກ ຫລວງພະບາງຄົບຮອບ 25 ປີ, ແຕ່ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ທຸກກິດຈະກໍາແມ່ນຖືກໂຈະ.

ລະຄອນຕຸກກະຕາອີ່ປ໋ອກ

ທ່ານ ແສງທອງ ໃຫ້ຮູ້ອີກວ່າ: ປັດຈຸບັນສະພາບການຄຸ້ມຄອງມໍລະດົກໂລກຫລວງພະບາງ ເຫັນວ່າມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍ ໂດຍສະເພາະແມ່ນ ອາ ຄານ, ວັດວາອາຮາມທີ່ໂດດເດັ່ນ ແລະ ເກົ່າແກ່ຈຳນວນໜຶ່ງ ໄດ້ຊຸດໂຊມເປ່ເພລົງຫລາຍ ຍ້ອນວ່າເຈົ້າຂອງເຮືອນນັ້ນ ຂາດເຂີນງົບປະມານໃນການບູລະນະສ້ອມແປງ ແລະ ຄຽງຄູ່ກັນນີ້,

ຄວາມຮັບຮູ້ຄວາມເຂົ້າໃຈຂອງປະຊາຊົນ ແລະ ນັກທຸລະກິດຈຳນວນໜຶ່ງຕໍ່ກັບການປົກປັກຮັກສາມໍລະດົກໂລກຍັງມີຈຳກັດ, ເຮັດໃຫ້ເຂດສະຫງວນ ທີ່ນອນໃນເຂດປ້ອງກັນມໍລະດົກບາງຈຸດຖືກບຸກລຸກ ແລະ ໜອງນ້ຳທີ່ຂຶ້ນບັນຊີມໍລະດົກໂລກ ຈຳນວນໜຶ່ງ ຖືກຖົມ ແລະ ຈຳນວນໜຶ່ງຖືກປະປ່ອຍໄປ.

 

ໃນຕໍ່ໜ້າແຂວງຈະໄດ້ເອົາໃຈໃສ່ສືບຕໍ່ສຶກສາອົບຮົມ ໃຫ້ປະຊາຊົນ ແລະ ພະແນກການຕ່າງໆສືບຕໍ່ຄຸ້ມຄອງການປຸກສ້າງສ້ອມແປງໃຫ້ສອດຄ່ອງກັບລະບຽບການ ແລະ ເລັ່ງຄຸ້ມຄອງເຂດປ້ອງກັນ, ຂຶ້ນແຜນສຳຫລວດອອກແບບເພື່ອບູລະນະອາຄານທີ່ເກົ່າແກ່ ແລະ ສະພາບແວດລ້ອມໃນຕົວເມືອງໃຫ້ດີຂຶ້ນກ່ວາເກົ່າ,

ກະກຽມຈັດກອງປະຊຸມເພື່ອປຶກສາຫາລືລາຍລະອຽດ ກ່ຽວກັບການຈັດເກັບລາຍຮັບເຂົ້າໃສ່ກອງທຶນ, ສືບຕໍ່ພົວພັນຮ່ວມມືກັບອົງການຈັດຕັ້ງເມືອງມໍລະດົກໂລກ ໃນຂົງເຂດພາກພື້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຂໍ້ທັກທ້ວງຂອງສູນມໍລະດົກໂລກໃຫ້ດີຂຶ້ນ.

ການປັ້ນໜໍ້ດິນເຜົາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button