ຂ່າວທົ່ວໄປ

ທົ່ວໂລກ ຕິດ​ ໂ ຄ ວິ ດ -19 ເພີ່ມຂຶ້ນ 139.000.000 ກວ່າຄົນ

ທົ່ວໂລກ ຕິດເຊື້ອໂຄວິດ-19ເພີ່ມຂຶ້ນ 139.000.000 ກວ່າຄົນ

ຂປລ.ຕາງເວັບໄຊ Worldometer ລາຍງານຂໍ້ມູນລ້າສຸດ ທີ່ມີການລວບລວມ ຈາກໜ່ວຍງານ ສາທາລະນະສຸກໂລກ ລະບຸ ໃນວັນທີ15ເມສານີ້ວ່າ: ຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກ ເພີ່ມຂຶ້ນ139.282.116ຄົນ ແລະ.

ຍອດຜູ້ເສຍຊີວິດ ເພີ່ມຂຶ້ນ 2.991.255ຄົນ.ໃນນີ້ ສ.ອາເມລິກາ ມີຜູ້ຕິດເຊື້ອ ໂຄວິດ-19 ສູງທີ່ສຸດໃນໂລກ 32.159.704ຄົນ ຮອງລົງມາແມ່ນ ອິນເດຍ 14.268.441ຄົນ, ບຣາຊິນ 13.677.564ຄົນ,ຝຣັ່ງ.

5.149.834ຄົນ,ຣັດເຊຍ 4.675.153ຄົນ,ອັງກິດ 4.380.986ຄົນ,ຕວັກກີ 4.025.557ຄົນ, ອີຕາລີ 3.826.156 ຄົນ,ແອັດສະປາຍ 3.387.022ຄົນ ແລະ ເຢຍລະມັນ ມີຜູ້ຕິດເຊື້ອໂຄວິດ-19ທັງໝົດ 3.087.383ຄົນ.

ຂະນະທີ່ ປະເທດ ທີ່ມີການຕິດເຊື້ອ ຫລາຍກວ່າ 2 ລ້ານຄົນໄດ້ແກ່ ໂປໂລຍ, ອາກຊັງຕິນ, ໂກໂລມບີ,ເມັກຊິກ ແລະ ອີຣານ ສ່ວນປະເທດ ທີ່ມີຜູ້ຕິດເຊື້ອ ຫລາຍກວ່າ 1 ລ້ານຄົນ ໄດ້ແກ່ ອູແກຣນ,ເປຣູ,ເຊັກ, ອິນໂດເນເຊຍ,ອາຟຣິກາ,ໂຮນລັງ,ການາດາ ແລະ ຣູມານີ.ນອກຈາກນີ້ ສ.ອາເມລິກາ ຍັງເປັນ ປະເທດ ທີ່ມີຈຳນວນ ຜູ້ເສຍຊີວິດ.

ຫລາຍທີ່ສຸດໃນໂລກ ຈຳນວນ 578.223ຄົນ ຕາມມາດ້ວຍ ບຣາຊິນ 362.180ຄົນ,ເມັກຊິກ 210.812ຄົນ, ອິນເດຍ 174.171ຄົນ, ອັງກິດ 127.191ຄົນ, ອີຕາລີ 115.937ຄົນ ແລະ ຣັດເຊຍ ມີຜູ້ເສຍຊີວິດ ຈາກໂຄວິດ-19 ຈຳນວນ 104.398ຄົນ./.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button