ແຈ້ງການ

ແຈ້ງການ​ ກຽມຮຽນອອນລາຍ ຖ້າການແຜ່ລະບາ ດໂຄວິ ດຍັງຮຸ ນແ ຮງຂຶ້ນ

ກະຊວງສຶກສາທິການ ແລະ ກິລາແຈ້ງ ເພື່ອເປັນການສືບຕໍ່ປະຕິບັດວຽກງານໃຫ້ດໍາເນີນໄປຢ່າງປົກກະຕິ ແລະເຝົ້າລະວັງການລະບາດຂອງພະຍາດດັ່ງກ່າວ, ຫ້ອງການກະຊວງສຶກສາທິການແລະ ກິລາ ຈຶ່ງອອກແຈ້ງການດັ່ງນີ້:

1. ໃຫ້ພະນັກງານ, ບຸກຄະລາກອນທາງການສຶກສາ ແລະ ກິລາ ແລະ ຄູ-ອາຈານ ມີສະຕິປ້ອງກັນຕົວພ້ອມທັງສືບຕໍ່ເຜີຍແຜ່, ສຶກສາອົບຮົມຢ່າງກວ້າງຂວາງ ແລະ ເລິກເຊິ່ງດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້ຄູອາຈານ ນັກຮຽນ-ນັກສຶກສາ, ນັກກິລາ ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆຂອງສູນກາງ ແລະທ້ອງຖິ່ນຕໍ່ການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ແຈ້ງການອື່ນໆ ທີ່ກ່ຽວຂ້ອງຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ

2. ສຳລັບການສະເຫຼີມສະຫຼອງບຸນປີໃໝ່ລາວ ປີ 2021 ແມ່ນໃຫ້ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 288/ຫສນຍ, ລົງວັນທີ 25 ມີນາ 2021 ຢ່າງເຂັ້ມງວດ

3. ສໍາລັບພະນັກງານ, ບຸກຄະລາກອນການສຶກສາ ແລະ ກິລາ ແລະ ຄູ-ອາຈານ ທີ່ອາໄສຢູ່ນະຄອນຫຼວງວຽງຈັນຖ້າບໍ່ມີຄວາມຈຳເປັນ ແມ່ນໃຫ້ຫຼີກລຽງການເດີນທາງໄປຕ່າງແຂວງ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ຖ້າມີຄວາມສາມາດເຮັດວຽກຜ່ານສື່ອອນລາຍ ຫຼື ເຄື່ອຂ່າຍອິນເຕີເນັດ ແມ່ນໃຫ້ຈັດຕັ້ງປະຕິບັດຕາມຄວາມເໝາະສົມ

4. ຫ້າມເຄື່ອນໄຫວກິດຈະກຳກິລາກາຍຍະກຳ ແລະ ແຂ່ງຂັນກິລາ ທີ່ເຕົ້າໂຮມຄົນຈຳນວນຫຼາຍທີ່ບໍ່ສາມາດຮັກສາໄລຍະຫ່າງທາງສັງຄົມໄດ້

5. ໃຫ້ສືບຕໍ່ຮັກສາໄລຍະຫ່າງທາງສັງຄົມໃນສະຖານການສຶກສາ, ຫ້າມບໍ່ໃຫ້ມີການສັງສັນ, ການຈັດງານລ້ຽງ ຫຼືພົວພັນໃກ້ຊິດຕິດແທດ ທີ່ບໍ່ສາມາດຮັກສາໄລຍະຫ່າງ 1 ແມັດ, ລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື,ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຢ່າງເປັນປົກກະຕິ

6, ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຈົ່ງກະກຽມຄວາມພ້ອມໃນການດຳເນີນການຮຽນ-ການສອນທາງໄກ ດ້ວຍຫຼາຍຮູບແບບ ເປັນຕົ້ນແມ່ນ: ການຮຽນ-ການສອນຜ່ານລະບົບອອນລາຍ, ວິທະຍຸ ແລະໂທລະພາບ ໃນກໍລະນີມີການແຜ່ລະບາດຂອງພະຍາດໂຄວິດ-19 ຮ້າຍແຮງຂຶ້ນ

7, ສຳລັບການເຂົ້າ-ອອກສຳນັກງານຫ້ອງການ, ວິທະຍາໄລ ແລະ ໂຮງຮຽນ ໃນນະຄອນຫຼວງວຽງຈັນ ແມ່ນໃຫ້ເຂົ້າ-ອອກປະຕູດຽວ, ພ້ອມທັງມີການວັດແທກອຸນຫະພູມ, ລ້າງມື, ໃສ່ຜ້າປິດປາກ-ດັງ ກ່ອນເຂົ້າຫ້ອງການຂອງຕົ້ນ ແລະ ໃຫ້ປະຕິບັດຢ່າງເຂັ້ມງວດ ແລະ ເປັນປົກກະຕິທຸກໆມື້

Related Articles

Leave a Reply

Your email address will not be published. Required fields are marked *

Back to top button