ສປປ ລາວ ຈະສູນເສຍລາຍຮັບຈາກການທ່ອງທ່ຽວ ມູນຄ່າ 500 ລ້ານໂດລ້າສະຫະລັດ

ທະນາຄານໂລກ ລາຍງານວ່າ ຖ້າສະພາບການໂຄວິດ ໃນທົ່ວໂລກ ສືບຕໍ່ແກ່ຍາວອອກໄປ ຈົນຮອດ ທ້າຍປີ 2020, ສປປ ລາວ ຈະສູນເສຍລາຍຮັບຈາກການທ່ອງທ່ຽວ ມູນຄ່າ 500 ລ້ານໂດລ້າສະຫະລັດ ຫຼືປະມານ 2.7% ຂອງ GDP.

ຜົນກະທົບຂອງການແຜ່ລະບາດໂຄວິດ-19 ໃນທົ່ວໂລກ ຍັງສົ່ງຜົນໃຫ້ ພາກທຸລະກິດ ທີ່ຕິດພັນກັບການທ່ອງທ່ຽວ ຢູ່ ສປປ ລາວ ໂດຍສະເພາະແມ່ນ ໂຮງແຮມ ແລະ ຮ້ານອາຫານ ຊຶ່ງກວມເອົາ 11% ແລະ 22% ຂອງວຽກ ໃນຕົວເມືອງໃຫຍ່ ແລະ ຄາດວ່າ ຈະໄດ້ຮັບຜົນກະທົບຫຼາຍຂຶ້ນຕື່ມ ພາຍຫລັງເປີດສົກຮຽນໃໝ່ ວັນທີ 01/09 ເປັນຕົ້ນໄປ.

ສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ລາຍງານວ່າ ໃນ 6 ເດືອນຕົ້ນປີ 2020, ຈໍານວນນັກທ່ອງທ່ຽວ ທີ່ເຂົ້າມາລາວ ຫຼຸດລົງ 60% ທຽບໃສ່ໄລຍະເວລາດຽວກັນຂອງປີ 2019. ໃນປີ 2019, ສປປ ລາວ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ຈໍານວນ 4.58 ລ້ານຄົນ.

About admin

Check Also

ນອນກາງເຕັນ ທີ່ອ່າງນໍ້າຫຸ່ມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ນອນໂຮມເເຮັມ5000ດາວ ຈົ່ງໃຊ້ຊີວິດໃຫ້ຄຸ້ມຄ່າທີ່ສຸດ” 🏕ນອນກາງເຕັນ ທີ່ອ່າງນໍ້າຫຸ່ມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. 🏝ສໍາລັບຂ້ອຍເເລ້ວ,ນີ້ເປັນທລິບທີ່ວ່າກີນດີຢູ່ດີທີ່ສຸດທີ່ເຄີຍທ່ຽວມາ, ສ່ວນຫລາຍໄປເເຕ່ເເບບທຸກທໍລະມານ555, ອາກາດດີເລີຍໃດຢູ່ນີ້,ບໍ່ໄກຈາກຕົວເມືອງປານໃດເເລະເປັນເມືອງທີ່ໜ້າທ່ຽວອີກເມືອງໜື່ງເລີຍ,ຢາກໃຫ້ທຸກຄົນລອງມາທ່ຽວນອນກາງເຕັນເບີ່ງ🏕 ບໍ່ຈຳເປັນຕ້ອງໄປທ່ຽວເເຕ່ບ່ອນໄກໆດອກ, ທຳມະຊາດມັນຢູ່ໃກ້ໂຕເຮົາພຽງເເຕ່ເຮົາເປີດໃຈ💓🏕🏝🏔 ສະໜັບສະໜູນ “ຄົນລາວທ່ຽວເມືອງລາວ” ດ້ວຍການ ກົດLike …

Leave a Reply

Your email address will not be published. Required fields are marked *