👉ສະຖານທີ່ທ່ອງທ່ຽວສຸດປັງ ຢາກໃຫ້ເປີດໄວໄວເດະ ເພີ່ນກຳລັງປັບປຸງປ່ຽນໂສມໜ້າໃຫມ່ ອາລັງການງານສ້າງກວ່າເກົາ 😯🥱ກະບໍ່ໄດ້ໄກລຈາກວຽງ ທາງດີກວ່າໄປວັງວຽງອີກ ອົດໃຈຖ້າກຳລັງຈະເປີດໄວໄວນີ້ ຕອນນີ້ເພີ່ນຍັງບໍ່ທັນເປີດເທື່ອເດີ💕💕💕
ຕິດຕາມເພຈໄວ້ເພີ່ນເປີດມື້ໃດ ອາລັງການແນ່ນອນ ແອັດໄປມາແລ້ວ😀
📌ປັກມຸດເອົາໄວ້ Khounkongleng Blue Lagoon ຂຸນກອງແລງ
#ຢ້ຳວ່າເພີນຍັງບໍ່ເປີດເດີເພີ່ນເປີດຈຶ່ງໄປເດີເພີ່ນບໍ່ອານຸຍາດໃຫ້ເຂົ້າເທື່ອ
📍ຂີ່ລົດຈາກນະຄອນຫລວງ ວຽງຈັນປະມານ 4 ຊມ ປາຍ2 ລະມີປ້າຍຕິດຮ່ອມເບື້ອງຂວາມື ແຖວຄ້າຍທະຫານ ລ້ຽວຊ້າຍເຂົາໄປອີກ 30ກວ່າຫລັກ ເປັນທາງຢາງເດີນທາງສະດວກ ລະຫວ່າງທາງໄປມີທິວທັດທຳມະຊາດສວຍງາມຕະຫລອດເສັ້ນທາງເລີຍ ເລີດ