ເນັ້ນໃຫ້ ແຂວງຫລວງພະບາງ ພັດທະນາການທ່ອງທ່ຽວ ຕິດພັນກັບການຮັກສາວັດທະນະທຳ

ໃນວັນທີ 9 ກັນຍາ 2020 ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນ ອ້ອມຂ້າງ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ, ໂດຍທ່ານ ເນັ້ນໜັກໃຫ້ເອົາໃຈໃສ່ພັດທະນາ ພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ຕິດພັນກັບການອະນຸລັກຮັກສາວັດທະນະທຳ ໃຫ້ມີຄວາມຍືນຍົງ ແລະ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ, ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ອງທ່ຽວ ແຂວງຫລວງພະບາງ ໃຫ້ຫລາຍຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງຫລວງພະບາງ ໄດ້ລາຍງານໃຫ້ຮູ້ບາງຕອນວ່າ: ໃນໄລຍະຜ່ານມາ ພະແນກ ຖວທ ແຂວງຫລວງພະບາງ ໄດ້ເອົາໃຈໃສ່ອານຸລັກ, ປົກປັກຮັກສາ, ຟື້ນຟູ ແລະ ຂະຫຍາຍວັດທະນະທໍາ ໃຫ້ມີລັກສະນະຊາດ, ລັກສະນະປະຊາຊົນ ແລະ ລັກສະນະກ້າວໜ້າທາງດ້ານວັດຖຸ ແລະ ຈິດໃຈ, ໂດຍໄດ້ສຸມໃສ່ຄຸ້ມຄອງປົກປັກຮັກສາມໍລະດົກໂລກ ໃຫ້ຍືນຍົງຄົງຄຸນຄ່າທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ, ຮັກສາມູນເຊື້ອທີ່ເປັນເອກະລັກ ເສີມຂະຫຍາຍພູມປັນຍາທ້ອງຖິ່ນສົ່ງເສີມຮີດຄອງປະເພນີ ແລະ ອື່ນໆ. ສຳລັບວຽກງານການທ່ອງທ່ຽວ ພະແນກ ຖວທ ແຂວງຫລວງພະບາງ ຈະສ້າງຫລວງພະບາງ ໃຫ້ກາຍເປັນອຸດສາຫະກຳການທ່ອງທ່ຽວທີ່ຍືນຍົງ, ທັນສະໄໝ ແລະ ມີຄຸນນະພາບ, ທັງເປັນການສົ່ງເສີມການທ່ອງທ່ຽວໂດຍການມີສ່ວນຮ່ວມຂອງປະຊາຊົນ ແລະ ພັດທະນາໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວ ເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມນັ້ນ, ທ່ານນາງ ສຸດາພອນ ຄົມທະວົງ ຍັງໄດ້ສະເໜີ ໃຫ້ທ່ານລັດຖະມົນຕີ ກໍຄື ກະຊວງ ຖວທ ໃຫ້ຊ່ວຍດ້ານທຶນຮອນ ຍົກລະດັບຄວາມຮູ້-ຄວາມສາມາດ ໃຫ້ພະນັກງານຂົງເຂດ ຖວທ ຂອງແຂວງຫລວງພະບາງ ໃນການຝຶກອົບຮົມ ແລະ ການສຶກສາໄລຍະສັ້ນ, ກາງ ແລະ ໄລຍະຍາວ, ຊ່ວຍຕົວເລກລັດຖະກອນເຂົ້າໃນຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມໃຫ້ຊ່ວຍດ້ານພາຫະນະ ແລະ ອຸປະກອນເຕັກນິກ ຮັບໃຊ້ວຽກງານວິຊາສະເພາະຂອງ ຖວທ ເປັນຕົ້ນແມ່ນ ອຸປະກອນຮັບໃຊ້ວຽກງານສື່ມວນຊົນ, ເຊິ່ງທ່ານລັດຖະມົນຕີ ກໍໄດ້ຢືນຍັນວ່າ ຈະນຳເອົາຄຳສະເໜີດັ່ງກ່າວ ໄປປຶກສາຫາລື ແລະ ພິຈາລະນາ ໃຫ້ການຊ່ວຍເຫລືອຕາມຄວາມເໝາະສົມ.

ໃນໂອກາດດຽວກັນນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄຳເຫັນໂອລົມ ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ພະແນກ ຖວທ ແຂວງຫລວງພະບາງ ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ພ້ອມທັງຮຽກຮ້ອງໃຫ້ພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນ ພາຍໃນພະແນກ ຖວທ ແຂວງຫລວງພະບາງ ກຳແໜ້ນແນວ ທາງນະໂຍບາຍຂອງພັກ-ລັດ, ກຳແໜ້ນເນື້ອໃນ, ວຽກງານວິຊາສະເພາະຂອງຕົນເອງໃຫ້ລະອຽດ ແນ່ໃສ່ເຮັດໃຫ້ວຽກງານຂະແໜງຖະແຫລງຂ່າວ ກໍຄື ການເປັນກະບອກສຽງ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ໃຫ້ມີຄວາມຖືກຕ້ອງຊັດເຈນ, ເພື່ອໃຫ້ປະຊາຊົນມີຄວາມໝັ້ນໃຈວ່າ ຂ່າວທີ່ຖືກເຜີຍ ແຜ່ອອກໄປນັ້ນ ເຊື່ອຖືໄດ້ບໍ່ ແລະ ຖືກຕ້ອງຊັດເຈນຕາມຄວາມເປັນຈິງບໍ່, ພ້ອມທັງໃຫ້ປ່ຽນວິຖີການເຮັດວຽກ, ວິຖີການດຳລົງຊີວິດແບບໃໝ່, ຕ້ອງມີຄວາມຮັບຜິດຊອບໃນການນໍາສະເໜີຂ່າວ, ເອົາຫາງສຽງຂອງສັງຄົມ ກໍຄື ສຽງຈົ່ມວ່າຂອງປະຊາຊົນໄປຄົ້ນຄິດ, ໄປປຶກສາຫາລືກັນເພື່ອປັບປຸງແກ້ໄຂ ໃຫ້ມັນຖືກຕ້ອງສອດຄ່ອງ, ພ້ອມທັງໃຫ້ຮັກສາວັດທະນະທຳ ຮີດຄອງປະເພນີອັນດີງາມຂອງເມືອງ, ຂອງແຂວງ ກໍຄື ຂອງຊາດ ໄວ້ໃຫ້ຍາວນານ ແລະ ປັງປຸງການເຮັດວຽກ, ຊີວິດການເປັນຢູ່ ແລະ ສ້າງໃຫ້ຄົນມີຄ່ານິຍົມ, ສ້າງສິ່ງໃໝ່ໆຄວບຄູ່ ກັບອານຸລັກຮັກສາວັດຖຸ, ອາຄານສະຖານທີ່ເກົ່າແກ່ໄວ້ໃຫ້ຍືນຍົງ. ພ້ອມໃຫ້ຖືເອົາຂະແໜງການທ່ອງທ່ຽວ ເປັນປາຍແຫລມໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ, ຕ້ອງມີການປັບປຸງສິ່ງອໍານວຍຄວາມສະດວກຕ່າງໆ ແລະ ໃຫ້ຫັນເອົາການປູກຝັງລ້ຽງ ສັດ ຕິດພັນກັບການທ່ອງທ່ຽວ ເພື່ອດຶງດູດເອົານັກທ່ອງທ່ຽວ ເຂົ້າມາທ່ຽວຫລວງພະບາງໃຫ້ຫລາຍຂຶ້ນ.

ພ້ອມດຽວກັນນັ້ນ, ໃຫ້ຄະນະພັກ, ຄະນະນຳ, ພະນັກງານຫລັກແຫລ່ງ ເອົາໃຈໃສ່ວຽກງານແນວຄິດການເມືອງ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລັດ, ຕ້ອງເຮັດໜ້າທີ່ການເມືອງຂອງຕົນໃຫ້ ຫລ້ອນໜ້າທີ່ ແລະ ປະສົບຜົນສຳເລັດຕາມການມອບໝາຍ, ຄຽງຄູ່ກັນນັ້ນຕ້ອງຮັດແໜ້ນຄວາມສາມັກ ຄີເປັນປຶກແຜນ, ມີແບບແຜນການນຳພາຕົວຈິງ, ຍົກສູງຄວາມເປັນແບບຢ່າງໃຫ້ອ້າຍນ້ອງ, ມີຫລັກໝັ້ນອັນແຂງແກ່ນ, ຕ້ອງມີນ້ຳໃຈເສຍສະຫລະ, ເອົາໃຈໃສ່ປັບປຸງກົນໄກການປະສານງານ ລະຫວ່າງສູນກາງກັບທ້ອງຖິ່ນ, ລະຫວ່າງແຂວງກັບເມືອງ, ເມືອງກັບບ້ານ ໃຫ້ມີຄວາມກົມກຽວກັນ ເພື່ອເຮັດໃຫ້ວຽກງານຕ່າງໆ ດຳເນີນໄປຕາມແນວທາງຂອງພັກ, ລັດ ວາງອອກ.

ຂ່າວ-ພາບ: ທະນູທອງ (ຂປລ. )

About admin

Check Also

ສປປ ລາວ ຈະສູນເສຍລາຍຮັບຈາກການທ່ອງທ່ຽວ ມູນຄ່າ 500 ລ້ານໂດລ້າສະຫະລັດ

ທະນາຄານໂລກ ລາຍງານວ່າ ຖ້າສະພາບການໂຄວິດ ໃນທົ່ວໂລກ ສືບຕໍ່ແກ່ຍາວອອກໄປ ຈົນຮອດ ທ້າຍປີ 2020, ສປປ ລາວ ຈະສູນເສຍລາຍຮັບຈາກການທ່ອງທ່ຽວ ມູນຄ່າ 500 ລ້ານໂດລ້າສະຫະລັດ ຫຼືປະມານ …

Leave a Reply

Your email address will not be published. Required fields are marked *