ພໍ່ຄ້າລະເມີດຄໍາສັ່ງ! ລັກລອບນຳເຂົ້າອາຫານທະເລສ່ຽງນຳເອົາ ໂ ຄ ວິ ດ -19 ເຂົ້າມາໃນປະເທດ

ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ເຈົ້າໜ້າທີ່ຕໍາຫຼວດ ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ຈະມີການລັກລອບຂົນສົ່ງອາຫານທະເລ ຈາກປະເທດເພື່ອບ້ານ (ປະເທດໄທ) ຢູ່ເຂດທ່າບ້ານສໍາພັນນາ ເມືອງສັງທອງ ນວ.

ເຈົ້າໜ້າທີ່ລົງພື້ນທີ່ກວດກາສະຖານທີ່ດັ່ງກ່າວ ແລະ ໄດ້ພົບເຫັນ ທ້າວ ທັດສະດາພອນ ອາຍຸ 43 ປີ ອາຊີບຄ້າຂາຍ ຢູ່ບ້ານ ດອນນົກຄຸ້ມ ເມືອງສີສັດຕະນາກ ນວ ແລະ ທ້າວ ບຸນລ້ຽງ ອາຍຸ (ໂຊເຟີລົດ) 37 ປີ ອາຊີບຄ້າຂາຍ ຢູ່ບ້ານ ທ່າສາລາ ເມືອງສັງທອງ ນວ ກຳລັງຂົນສິນຄ້າ (ອາຫານທະເລ) ຈໍານວນ 2000 ກວ່າກິໂລກຣາມ ຂຶ້ນຈາກທ່າໄປຂາຍຕໍ່.

ສະນັ້ນ ເຈົ້າໜ້າທີ່ຕໍາຫຼວດ ຈຶ່ງໄດ້ກັກຕົວພວກກ່ຽວມາສອບສ່ວນ.ຫຼັງຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ປັບໃໝຕາມລະບຽບກົດໝາຍ.

ສະນັ້ນເພື່ອຮັບປະກັນບໍ່ໃຫ້ສິນຄ້າດັ່ງກ່າວຖືກຈໍາໜ່າຍເຊິ່ງຈະເຮັດໃຫ້ມີຄວາມສ່ຽງຕໍ່ການຕິດພະຍາດໂຄວິດ-19 ແລະ ພະຍາດອື່ນໆ ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ຢຶດລົດ ແລະ ຈະໄດ້ນໍາສິນຄ້າດັ່ງກ່າວໄປທໍາລາຍຖິ້ມຢູ່ສູນບໍາບັດຂີ້ເຫຍື້ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ