ຂ່າວທົ່ວໄປ

ດ່ວນ ຢ່າຟ້າວເລື່ອນຜ່ານ 1ໄລ້ 1ແຊຮ໌ຂອງທ່ານມີຄວາມຫມາຍ

📍ຢ່າຟ້າວເລື່ອນຜ່ານ 1ໄລ້ 1ແຊຮ໌ຂອງທ່ານມີຄວາມຫມາຍ🙏🏻🙏🏻ຂໍຄວາມຊ່ວຍເຫລືອ.

ຄົນເຈັບຊື່ວ່າທ້າວຈັນເພັງໄຊ ຫລື ທ້າວດຳ

ອາຍຸ25ປີ ໄດ້ມາຂໍເຮັດວຽກນຳພວກຂ້າພະເຈົ້າເຊີ່ງເປັນຊ່າງແອ ຢູ່ໃນນະຄອນຫລວງວຽງຈັນແຫ່ງຫນື່ງ ເຊີ່ງ ຕາມການສອບຖາມມື້ມາຂໍເຮັດວຽກນຳ ທ້າວຈັນເພັງໄຊ ຫລື ທ້າວດຳ ເວົ້າວ່າ ຈ້າງລົດມາແຕ່ບ້ານຫນອງຂອນ ບໍ່ມີຍາດ ບໍ່ມີພີ່ນ້ອງ ແມ່ຕາຍແຕ່ນ້ອຍ ເຫລືອແຕ່ພໍ່ ແຕ່ພໍ່ໍ່

ໄດ້ໄປເອົາເມຍໃຫ່ມ ເຊີ່ງທ້າວດຳກັບເມຍໃຫ່ມຂອງພໍ່ແມ່ນໄດ້ຜິດແຂ ກັນ ເຊີ່ງພໍ່ນັ້ນໄດ້ຟັງຄວາມເມຍໃຫ່ມຫລາຍ

ທ້າວດຳ ຈືງຕັດສິນໃຈຈ້າງລົດມາ ວຽງຈັນ ເລາະຊອກເຮັດວຽກ ໂດຍໂຕເປົ່າ ລຳພັງ ຈົນມາເຈີ ຜົວຂອງຂ້າພະເຈົ້າ ຊື່ທ້າວສອນເພັດ ພົງເພັດ ອາຊີບຊ່າງແອ ໄດ້ຮັບຟັງການເລົ່າ ຊີວິດຂອງທ້າວດຳ ໄດ້ມີຄວາມເຫັນໃຈ ແລະ ສົງສານເລີຍຮັບທ້າວດຳ ເຮັດວຽກນຳ ເປັນຜູ້ຊ່ວຍຊ່າງແອ ມີບ່ອນໃຫ້ພັກລ້ຽງເຂົ້ານ້ຳ.

ມີລົດໃຫ້ຂີ່ເວັບ100 ແດງດຳ1ຄັນເຊີ່ງມາເຖິງປະຈຸບັນ ທ້າວດຳໄດ້ເຮັດວຽກນຳພວກເຮົາໄດ້2ເດືອນປາຍ ແລ້ວ ທ້າວດຳກໍເປັນຄົນດຸຫມັ່ນ ຕັ້ງໃຈເຮັດວຽກດີ ເຊີ່ງມາເຖີງວັນທີ17.04.2021ຕອນ16:25ໂມງທ້າວດຳໄດ້ຂັບລົດຈັກໄປວຽກນອກ ເຊີ່ງສີ່ງບໍ່ຄາດຄິດກໍເກີດຂື້ນ ໄດ້ເກີດອຸບັດຕິເຫດ ຢູ່ແຖວສົ້ນຂວາບ້ານຫນອງນ່ຽງ ລົດຈັກ ຕຳ ກັບ ລົດໃຫ່ຍ ທ້າວດຳແມ່ນກະທົບຫົວ ຢ່າງແຮງ ເຮັດໃຫ້ກະໂຫລກຫົວແຕກ ອາການສາຫັດ ໂຄມ້າ ດັ່ງນັ້ນຈື່ງໄດ້ແຈ້ງກູ້ໄພ1623 ນຳສົ່ງຄົນເຈັບ[ທ້າວດຳ] ໄປໂຮງຫມໍ150ຕຽງ

ຜ່ານການເອັກສະເລຫົວ 2 ເທື່ອ ຫມໍບອກວ່າກະທົບຫົວຢ່າງແຮງ ຕ້ອງໄດ້ຜ່າຕັດ ສະໝອງດ່ວນ ເຊີ່ງຕ້ອງໃຊ້ ຄ່າໃຊ້ ຈ່າຍຈຳນວນຫລາຍ ພໍສົມຄວນ ເຊີ່ງຄ່າໃຊ້ຈ່າຍບໍ່ພຽງພໍ ຈື່ງວອນຂໍຄວາມຊ່ວຍເຫລືອ ນຳພໍ່ແມ່ ປະຊາຊົນ ຄົນລະ5ລະ10 ຊ່ວຍເຫລືອ ທ້າວຈັນເພັງ ຫລື ທ້າວດຳ ດ້ວຍ.

ຂໍຂອບໃຈທຸກທ່ານຜູ້ມີຈິດໃຈບຸນ ໄດ້ຊ່ວຍເຫລືອ ທ້າວດຳ ຂໍໃຫ້ທ່ານຈົ່ງມີສຸຂະພາບແຂງແຮງ ຈະເລີນໃນຫນ້າທີການງານ ພອນໃດທີປະເສີດໃຫ້ເກີດແດ່ທ່ານ ດ້ວຍເທີນ.

-ບັນຊີເລກທີ :093-12-00-00525839-001.

ເບີໂທ02056888248 02093867188.

ເບີໂທ02056888248 02093867188.

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button