ໃນວັນທີ 18.04.2021 ເວລາ 09:05 ນາທີ
ໜວ່ຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີລົດໃຫຍ່ພິກຄວໍ້າ ຢູ່ບ້ານ ປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ບາດເຈັບ 01 ຄົນ, ເສຍຊີວິດ 01 ຄົນ.

*ອາການບາດເຈັບເບື້ອງຕົ້ນ:
-ຜູ້ບາດເຈັບ: ເພດຊາຍ ສັນຊາດລາວ ອາຍຸ23ປີ ປັດຈຸບັນຢູ່ບ້ານ ຮົ່ມເຢັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.+ມີບາດແຜ: ເຈັບບ່າໄຫຼ່ບວມຊໍ້າ,ແຂນທະເລີ້ນ,ເຈັບຂໍ້ມື,ປວດຕາມຕົນໂຕ.

-ຜູ້ເສຍຊີວິດ :ເພດຊາຍ ທ້າວລາວື ສັນຊາດລາວ ອາຍຸ 20ປີ ປັດຈຸບັນຢູ່ ບ້ານ ຮົ່ມເຢັນ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ+ມີບາດແຜ:ກະໂຫຼກຫົວແຕກ,ຕາແຕກ,ຂາຫັກ,ແຂນຂາທະເລີ້ນ,ຕາມຕົນໂຕທະເລີ້ນ.

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳຜູ້ບາດເຈັບນຳສົ່ງໄປທີ່ໂຮງໝໍ ແຂວງບໍ່ແກ້ວສ່ວນຜູ້ເສຍຊີວິດໜ່ວຍກູ້ຊີບອົງການກາແດງຂອງພວກເຮົາໄດ້ທຳການຫໍ່-ມ້ຽນສົບແລະໄດ້ນຳສົ່ງຜູ້ກ່ຽວກັບເຮືອນຂອງຜູ້ກ່ຽວ.