ເມືອງຄົງເຊໂດນສັ່ງປິດການເຂົ້າອອກ 15 ບ້ານ ທີ່ມີປະຫວັດພົວພັນກັບຜູ້ຕິດເຊື້ອກໍລະນີທີ 54

#COVID19 | ຄະນະສະເພາະກິດໂຄວິດ-19 ຂັ້ນເມືອງ ເມືອງຄົງເຊໂດນ ແຂວງ ສາລະວັນ ໄດ້ແຈ້ງການດ່ວນ ເຖີງປະຊາຊົນໃນ 84 ບ້ານ ທົ່ວເມືອງຄົງເຊໂດນ

ເລື່ອງໃຫ້ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ແກ້ໄຂການລະບາດຂອງພະຍາດ ໂຄວິດ-19ເນື່ອງຈາກເມືອງຄົງເຊໂດນ ແຂວງ ສາລະວັນ ໄດ້ກວດພົບຜູ້ຕິດເຊື້ອ 1 ກໍລະນີ ເປັນ

ກໍລະນີທີ 54 ຂອງ ສປປ ລາວ ສະນັ້ນ, ຄະນະສະເພາະກິດໂຄວິດ-19 ຂັ້ນເມືອງ ຈຶ່ງອອກແຈ້ງການເຖິງບັນດາທ່ານຮັບຊາບ.

