ທ່າແຂກ ແຂວງຄຳມ່ວນປິດເສັ້ນທາງຊົ່ວຄາວປິດການນຳໃຊ້ເສັ້ນທາງ

ເສັ້ນລຽບແຄມຂອງ ແຕ່ 3 ແຍກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຫາ 3 ແຍກຜະແນກ ແຜນການ ແລະ ການລົງທຶນແຂວງ

ເຂດພື້ນທີ່ດັ່ງກ່າວຈະໃຊ້ເປັນເສັ້ນທາງຂົນຍ້າຍສິ່ງນຳຂອງສູນຈຳກັດບໍລິເວນ ເພື່ອປ້ອງກັນສິ່ງປົນເປື້ອນ ແລະ ເຊື້ອພະຍາດ ຈຶ່ງບໍ່ໃຫ້ປະຊາຊົນເຂົ້າໃກ້ເຂດດັ່ງກ່າວ

ປະຊາຊົນທີ່ຢູ່ເຂດດັ່ງກ່າວໃຫ້ຮ່ວມໃຈກັນປະຕິບັດພ້ອມກັບຕັກເຕືອນລູກຫຼານບໍ່ໃຫ້ເຂົ້າໄປຫຼິ້ນເຂດນັ້ນເປັນອັນຂາດ
