ວັດອົງໄຫ ບູຮານສະຖານ ແຫ່ງເມືອງຍອດອູ ແຂວງຜົ້ງສາລີ

ວັດອົງໄຫ ນີ້ຕັ້ງຢູ່ເນີນພູ ໃນພົງໄພທີມີປ່າໄມ້ຂຽວງາມ ແລະຕັ້ງຢູ່ ຝາກກົງກັນຂ້າມແມ່ນ້ຳອູ ເຊິ່ງມີທາງທີ່ເປັນຂັນໄດຂຶ້ນໄປເທິງວັດແຫ່ງນີ້ 465 ຂັ້ນ, ວັດແຫ່ງນີ້ມີທາດອົງໄຫ ທີງົດງາມຮູບຮ່າງລັກສະນະແມ່ນຄ້າຍຄືຫມາກນ້ຳເຕົ້າ ເຊິ່ງໄດ້ຮັບອິດທິພົນການສ້າງແລະຄວາມເຊື່ອແບບຄົນໄຕ້ລື້
ເມື່ອຂຶ້ນໄປເຖິງວັດແລ້ວ ທຸກຄົນແມ່ນສາມາດຊົມວິວ ທິວທັດ ຂອງທຳມະຊາດພູຜາປ່າໄມ້ ເຂດເມືອງອູເຫນືອໄດ້ຢ່າງແຈ້່ມແຈ້ງ ເຊິ່ງວັດແຫ່ງນີ້ແມ່ນຫ່າງຈາກເທດສະບານແຂວງຜົ້ງສາລີ ໄປທາງເຫນືອປະມານ 160 ກິໂລແມັດ .
ເມື່ອເຫັນວັດແຫ່ງນີ້ ທາດແຫ່ງນີ້ແລ້ວ ມີທັງດີໃຈແລະເສົາໃຈໄປນຳພ້ອມ ຄື :

– ດີໃຈ ທີມີວັດແຫ່ງນີ້ ມີທາດທີງົດງາມແບບນີ້ ມີສິລະປະ ວັດທະນະທັມ ມີບໍ່ນ້ຳທຳມະຊາດ ມີສາລາໄມ້ທີເກົ່າແກ່… ເປັນເປັນເອກະລາດທີບໍ່ມີໃຜຄື ແລະບໍ່ຄືໃຜ

– ເສົ້າໃຈ ວັດແຫ່ງນີ້ ແມ່ນຂາດການທຳນຸບຳຣຸງ ໃນການບົວລະບັດຮັກສາ ຂາດການເອົາໃຈໃສ່ ຂາດການດູແລ …

ຖ້າໃຜມີສັດທາມີປັດໄຈ ໃນການບູຣະນະ ທີສຳຄັນກໍ່ຢາກໃຫ້ມີພຣະສົງອົງຄະເຈົ້າມາຈຳພັນສາ ເພື່ອຈະປະຕິສັງຂອນ ບົວລະບັດຮັກສາ ສະຖານທີແຫ່ງນີ້ໃຫ້ຖາວອນຍິ່ງໆຂຶ້ນໄປເນາະ ? ຝາກການນຳແຂວງຜົ້ງສາລີ ແລະແນວລາວສ້າງຊາດແຂວງຜົ້ງສາລີ ແລະທີສຳຄັນ ອພສ ແຂວງຜົ້ງສາລີ ເດີ…


ຂອບໃຈຮູບພາບຈາກ : Sack Meuangsing

About admin

Check Also

ປະກາດຫາຄົນນີ້ເຮັດຮ້ານແລກປ່ຽນເງີນຕາໄດ້ເງີນຈຳນວນ 73.000.000ກີບແລ້ວລົບໜີ

ປະກາດຫາຄົນນີ້ເຮັດຮ້ານແລກປ່ຽນເງີນຕາໄດ້ເງີນຈຳນວນ73.000.000ກີບແລ້ວລົບໜີ. ຕັດການຕິດຕໍ່ບໍ່ໄດ້ໃຜມີຂໍ້ມູນຫລືເບາະແສຈະໄດ້ຮັບເງີນ10.000.000ກີບເປັນຄ່າຕອບແທ່ນ. #ດ່ວນໆ(((ຂໍອະນຸຍາດແທ໋ກແລະແຊຣ໌ໃຫ້ແນ່)))ໂທ&ແອັບ:02029808750 ທີ່ມາ

Leave a Reply

Your email address will not be published. Required fields are marked *