ຂ່າວທົ່ວໄປ

ຈີບຫາຍແລ້ວບາດນີ້ຜູ້ຕິດເຊື້ອກໍລະນີ 59 ໄດ້ໄປທ່ຽວຢູາ ຮ້ານ Funny89 ມື້ວັນທີ 9/04/2021 ມື້ຄົົົົົົົົົົົົົົົົົົົົົນຕິດໂ ຄ ວິ ດ 19 ໄປ ເປັນມື້ທີ່ມີຄອນເສີດ

ຮ້ານ Funny89 ມື້ວັນທີ 9/04/2021 ມື້ຄົນຕິດໂຄວິດ19 ໄປ ເປັນມື້ທີ່ມີຄອນເສີດ #ໂຄວິດ19

ກໍລະນີ59 ເພດຍິງ ອາຍຸ25ປີ ບ້ານໂພນສະຫວ່າງສະຖານທີ່ໄປແມ່ນ ຮ້ານ89 ທ່າງ່ອນ, ຄາຣາໂອເກະ8118. ວັອດຄັບ, ໂຮງແຮມຈືອງ2, Vientiane College😭😭😭😭😭ຂໍ້ມູນເບື້ອງຕົ້ນກໍລະນີຢັ້ງຢືນ 059- ເພດຍິງ, ອາຍຸ 25 ປີ, ສັນຊາດລາວ, ອາຊີບ: ນັກສຶກສາ, ແຕ່ຜູ້ກ່ຽວເຮັດຮ້ານອາຫານ Funny89 ເລີ້ມເປີດແຕ່ວັນທີ 27 ກຸມພາ 2021

ຈົນຮອດວັນທີ 13 ເມສາ 2021; ແຕ່ຜູ້ກ່ຽວ ໄດ້ປິດຮ້ານອາການ Funny89, ແຕ່ວັນທີ 14-30 ເມສາ 2021 ໂດຍອີ່ງໃສ່ແຈ້ງການ ກະຊວງຖະແຫຼ່ງຂ່າວວັດທະນາທໍາ ເພື່ອປ້ອງກັນບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ-19, ສະບັບເລກທີ 337/ຖວທ, ລົງວັນ ທີ 13 ເມສາ 2021; ມີພະນັກງານທັງໜົດ………..ຄົນ (ຜູ້ຈັດການກໍາລັງເອົາຂໍ້ມູນໃຫ້); ພະນັກງານນອນຢູ່ຮ້ານ ຈໍານວນ 05 ຄົນ ແລະ ສ່ວນພະນັກງານເສີບ ແມ່ນກັບບ້ານນອນຢູ່ເຮືອນໃຜລາວ.

– ບ້ານຢູ່ປະຈຸບັນ: ບ້ານໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ (ຂໍອະນຸຍາດບໍ່ບອກສະຖານທີຜູ້ກ່ຽວ)- ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ- ມີອາການໄຂ້, ໄອ, ເມື່ອຍ ແລະ ຖອກທ້ອງ ວັນທີ 07 ເມສາ 2021ໝູ່ 02 ຄົນ ຂອງເອອື້ຍຮັກ ໄດ້ເດີນທາງມາແຕ່ປະເທດໄທ ດ້ວຍເຮືອຂ້າມມາແບບຜິດກົດໜາຍ ແລະ ພັກຢູ່ແຂວງສະຫັວນນະເຂດ (ຜູ້ກ່ຽວຈະປະສານງານເອົາຂໍ້ມູນກັບເອອື້ຍຮັກໃຫ້ຕື່ມທາງເຟດບຸກ)ທັງສາມ (ເອອື້ຍຮັກ ເປັນຄົນລາວ ແລະ ໝູ່ຂອງເອື້ອຍຍຮັກສອງຄົນ ເປັນຄົນໄທ (ເພດຊາຍ) ໄດ້ຂີ່ລົດເມ

ຈາກແຂວງສະຫັວນນະເຂດ ມາຮອດນະຄອນຫລວງວຽງຈັນ ເວລາ 05:00 ໂມງເຊົ້າ ຂອງວັນທີ 08 ເມສາ 2021 ຕໍ່ມາໄດ້ໄປຮ້ານ Karaoke8118 (ຕັ້ງຢູ່ບ້ານຮ່່ອງໄກ່ແກ້ວ, ເມືອງຈັນທະບູລີ) ແລະ ຫຼັງຈາກນັ້ນ ໄດ້ເຂົ້າພັກຢູ່ໂຮງແຮມເຈືອງ 2 (Cheuang2 Hotel) ຂື້ນກັບບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນວັນທີ 08 ເມສາ 2021ຕອນແລງ ໄດ້ມາຮັບທັງສາມຄົນ ຢູ່ໂຮງແຮມເຈືອງ 2

ແລ້ວໄປກິນເຂົ້າຢູ່ຮ້ານອາຫານ Funny89 ຕັ້ງຢູ່ບ້ານທ່າສະຫວ່າງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ແລະ ຮ້ານດັ່ງກ່າວ ເປັນຂອງຜູ້ກ່ຽວ.#ວັນທີ09ເມສາ2021ເວລາ 15:00-16:00 ໂມງ, ຜູ້ກ່ຽວ ໄດ້ໄປຮັບທັງສາມຄົນ ຢູ່ໂຮງແຮມເຈືອງ 2 ໄປວັດສີເມືອງ ແລະ ຫຼັງຈາກນັ້ນ ໄປສົ່ງທັງສາມຄົນ ຢູ່ໂຮງແຮມເຈືອງ 2.ເວລາ 17:00-18:30 ໂມງ, ຜູ້ກ່ຽວ ໄດ້ໄປຮຽນພາສາອັງກິດ ຢູ່ Vientiane Colleague ແລ້ວກັບບ້ານຈົນມາຮອດເວລາ 20:00 ໂມງ, ຜູ້ກ່ຽວ ໄດ້ໄປຮັບທັງສາມຄົນ ຢູ່ໂຮງແຮມເຈືອງ 2 ເພື່ອມາກິນເຂົ້າຢູ່ຮ້ານອາຫານ Funny89 ແລະ ໃຊ້ເວລາ ຢູ່ນໍາກັນ ແຕ່ 21:30 ໂມງ ຈົນຮອດເວລາປິດຮ້ານ (ເວລາ 24:00 ໂມງ) ແລະ ໄດ້ໄປສົ່ງທັງສາມຄົນ ຢູ່ໂຮງແຮມດັ່ງກ່າວ, ຕໍ່ມາກໍ່ບໍ່ຮູ້ວ່າທັງສາມຄົນໄປໃສ່ແນ່ ວັນທີ 10 ເມສາ 2021ຜູ້ກ່ຽວ ບໍ່ໄດ້ໄປພົບທັງສາມຄົນ ຢູ່ໂຮງແຮມເຈືອງ 2 ແລະ ບໍ່ຮູ້ວ່າທັງສາມຄົນໄປໃສ່ແນ່

(ຕອນນີ້ກໍາລັງປະສານງານເອົາຂໍ້ມູນໃຫ້ຢູ່)ວັນທີ 11 ເມສາ 2021ໃນຕອນເຊົ້າຜູ້ກ່ຽວ ບໍ່ຮູ້ວ່າທັງສາມຄົນໄປໃສ່ ແລະ ຕອນກາງເດິກ ທັງສາມຄົນໄປ What Club ຈົນຮອດເວລາ 00:00 ໂມງ ຂອງວັນທີ 11​ ເມສາ 2021 ແລະ ຜູ້ກ່ຽວບໍ່ໄດ້ໄປນໍາທັງສາມຄົນ ມີແຕ່ສົ່ງຮູບມາໃຫ້ເບີ່ງລວມທັງວິດີໂອ ຊື່ງຢູ່ໂຕະດຽວກັນ ມີ 04 ຄົນ (ຍິງ 02 ຄົນ ແລະ ຊາຍ 02 ຄົນ) ແລະ ຕໍ່ມາ ແມ່ນໄປຮ້ານ Karaoke8118 ໃກ້ກັນກັບ What Club ແລະ ກໍ່ບໍ່ໄດ້ສົ່ງຮູບຫັຍງມາໃຫ້ເບີ່ງອີກເລີຍ. ວັນທີ 12 ເມສາ 2021ໃນຕອນເຊົ້າ ແມ່ນບໍ່ໄດ້ໄປພົບກັນທັງສາມຄົນເວລາ 13:00 ໂມງ, ຜູ້ກ່ຽວ ໄດ້ໄປຮັບທັງສາມຄົນ ຢູ່ໂຮງແຮມເຈືອງ 2 ແຕ່ວ່າໝູ່ຂອງເອອື້ຍຮັກອີກ 01 ຄົນ ບໍ່ໄດ້ໄປນໍາ ຍ້ອນວ່າບໍ່ສະບາຍເວລາ 15:00-16:00 ໂມງ, ໄດ້ພາທັງສາມຄົນໄປນວດຢູ່ຮ້ານ 1111 ຢູ່ແຖວທະນາຄານອິນໂດໄຊນາເວລາ 16:30-17:30 ໂມງ

ໄດ້ອອກຈາກຮ້ານນວດ 1111 ແລ້ວພາກັນໄປກິນເຂົ້າປຽກໄກ່ຜ້ໂອກ ໃນປໍ້ານໍ້າມັນສີບຸນເຮືອງ ໃຊ້ເວລາ ປະມານ 01 ຊົ່ວໂມງ ແລະ ຫຼັງຈາກນັ້ນ ກໍ່ໄປສົ່ງເອອື້ຍັຮກ ແລະ ໝູ່ຂອງລາວເວລາ 21:30​ ໂມງ, ຜູ້ກ່ຽວໄດ້ໄປຮັບເອອື້ຍຮັກ ຢູ່ໂຮງແຮມເຈືອງ 2 ແລະ ທັງສອງຄົນໄດ້ກິນຈີ້ປາມຶກຂາຍຢູ່ແຄມທາງທົ່ງຂັນຄໍາ ຕໍ່ໜ້າດັບເພີ້ງ ແລະ ໃຊ້ເວລາ ປະມານ 01 ຊົ່ວໂມງ ແລະ ອີກສອງຄົນ ບໍ່ໄດ້ໄປນໍາ ຍ້ອນບໍ່ສະບາຍ), ຫຼັງຈາກກິນປາມຶກແລ້ວ ກໍ່ໄດ້ໄປສົ່ງ ຢູ່ໂຮງແຮມເຈືອງ 2 ແລະ ບໍ່ໄດ້ພົບກັນອີກເລີຍວັນທີ 13 ເມສາ 2021ຜູ້ກ່ຽວ ບໍ່ໄດ້ເຈິກັນອີກເລີຍ ຍ້ອນວ່າໝູ່ເອອື້ຍຮັກທັງສອງຄົນບໍ່ສະບາຍ ມີອາການໄຂ້,

ເມື່ອຍ ວັນທີ 14-15 ເມສາ 2021ຜູ້ກ່ຽວ ກໍ່ບໍ່ໄດ້ເຈິທັງສາມຄົນ ແລະ ຜູ້ກ່ຽວຮູ້ສຶກມີອາການເມື່ອຍ ວັນທີ 16-17 ເມສາ 2021 ຜູ້ກ່ຽວບໍ່ໄດ້ໄປສົ່ງທັງສາມຄົນ ແລະ ບໍ່ຮູ້ວ່າທັງສາມຄົນ ອອກຈາກໂຮງແຮມເຈືອງ 2 ໄປດ້ວຍວິທີໃດ ຊື່ງຂີ່ລົດກາຍບ້ານໜາກນາວ ແລ້ວມາຂື້ນເຮຶອໄປທ່າບໍ່, ແຂວງໜອງຄາຍ, ປະເທດໄທເວລາ 06:30 ໂມງເຊົ້າ, ຜູ້ກ່ຽວໄດ້ຮັບໂທລະສັບ ຈາກເອື້ອຍຮັກວ່າທັງສາມຄົນຕິດເຊື້ອພະຍາດໂຄວິດ-19 ແລະ ໝູ່ຂອງເອອື້ຍຜູ້ໜື່ງມີອາການໜັກ ເວລາ 11:00 ໂມງ, ພໍ່ແມ່ ມາຫາຜູ້ກ່ຽວ ຢູ່ເຮືອນ ແຕ່ຜູ້ກ່ຽວກໍ່ໃສ່ mask ຢູ່ຫ່າງກັນ ໃຊ້ເວລາບໍ່ດົນ ແລະ ອີກຢ່າງຜູ້ກ່ຽວຮູ້ສຶກບໍ່ສະບາຍ.

ປົກກະຕິ ພໍ່ແມ່ ຈະຢູ່ເຮືອນຫຼັງນື່ງຕ່າງຫາກ ແລະ ຜູ້ກ່ຽວກໍ່ຢູ່ຫຼັງນື່ງຕ່າງຫາກ ຢູ່ຜູ້ດຽວເວລາ 16:00 ໂມງ, ຜູ້ກ່ຽວໄດ້ເດີນທາງໄປກວດຢູ່່ໂຮງໝໍລາວຫວຽດ ດ້ວຍອາການໄຂ້, ໄອ, ເມື່ອຍ, ຖອກທ້ອງ ຊື່ງທ່ານມໍບົ່ງມະຕິວ່າມີເຊື້ອແບັດທິເລຍໃນກະເພາະລໍາໄສ້ ເລືອດຕິດເຊື້ອ ພູມຕ້ານທານຕໍ່າ ແລະ ໃຫ້ຢາຈໍານວນໜື່ງມາກິນຢູ່ບ້ານ ແລ້ວອາການດີຂື້ນວັນທີ 18 ເມສາ 2021 ຜູ້ກ່ຽວ ຢູ່ແຕ່ບ້ານ ບໍ່ໄດ້ໄປໃສ່ວັນທີ 19 ເມສາ 2021ເວລາ 12:00-13:00 ໂມງ, ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອນໝູ່ຂອງຜູ້ກ່ຽວ ມີ 03 ຄົນ ລວມທັງຜູ້ກ່ຽວມາຮອດເວລາ 15:30 ໂມງ, ຜູ້ກ່ຽວຮູ້ສຶກມີອາການອ່ອນເພຍເລັກນ້ອຍ ຈື່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ ໄດ້ເກັບຕົວຢ່າງ ແລະ ໄດ້ແຍກປ່ຽວຜູ້ກ່ຽວ ຈົນກວ່າຜົນກວດຈະອອກເວລາ 19:51 ໂມງ, ຜົນກວດອອກມາພົບເຊື້ອ COVID-19 ປະຈຸບັນນີ້ຄົນເຈັບ,

ນອນຕິດຕາມ, ປີ່ນປົວ ແລະ ແຍກປ່ຽວ ຢູ່ໂຮງໝໍມິດຕະພາບຂໍ້ມູນຂອງຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ:ກຸ່ມສໍາຜັດໃກ້ຊິດທັງໜົດ ມີຈໍານວນ 35 ຄົນ, ມື້ອື່ນ ຈະໄດ້ໄປເກັບຕົວຢ່າງ ຢູ່ໂຮງໝໍມິດຕະພາບ, ລາຍລະອຽດດັ່ງລຸ່ມນີ້:- ກິນເຂົ້າຢູ່ເຮືອນໝູ່ຈໍານວນ 02 ຄົນ – ພະນັກງານນອນ ຢູ່ຮ້ານ Funny89 ຈໍານວນ 05 ຄົນ – ສ່ວນພະນັກງານເສີບ ກັບບ້ານຈໍານວນ….. ຄົນ- ຮ້ານນວດ 111 ຈໍານວນ 13 ຄົນ – ຮ້ານ Karaoke8118 ຈໍານວນ……………ຄົນ – ກິນເຂົ້າປຽກໄກ່ຜ້ໂອກ ໃນປໍ້ານໍ້າມັນສີບຸນເຮືອງ ຈໍານວນ……………ຄົນ- ຜູ້ຂາຍ ຈີ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button