ຂ່າວທົ່ວໄປ

ແຈ້ງການ​ດ່ວນ ອັດຕະປືຈະປິດແຂວງຖ້າມີກໍລະນີແຂວງໃກ້ຄຽງມີການແຜ່ລະບາດ

ອໍານາດການປົກຄອງແຂວງອັດຕະປື ແຈ້ງໃຫ້ຮູ້ວ່າ: ເພື່ອເປັນການປ້ອງກັນ ພ ະ ຍ າ ດ ໂ ຄ ວິ ດ ທີ່ຍັງມີການແຜ່ລະບາດຢູ່ປະເທດອ້ອມຂ້າງ ແລະ ໃນໂລກ, ອໍານາດການປົກຄອງແຂວງອັດຕະປື

ໄດ້ອະນຸຍາດໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ ພ ະ ຍ າ ດ ໂ ຄ ວິ ດ ຂັ້ນແຂວງອັດຕະປືສາມາດອອກແຈ້ງການປິດ(ລ໋ອກດາວ) ເເຂວງອັດຕະປືໄດ້ແບບອັດຕະໂນມັດ ໃນກໍລະນີຖ້າພົບວ່າຢູ່ແຂວງໃກ້ຄຽງມີການແຜ່ລະບາດຂອງ ພ ະ ຍ າ ດ ໂ ຄ ວິ ດ ເພີ່ມຂຶ້ນຈາກ 1 ເປັນ 2 ຈາກ 2 ຫຼື 3.

ໃນໄລຍະນີ້ໄດ້ມີການແຜ່ລະບາດຮອບໃໝ່ຂອງ ພ ະ ຍ າ ດ ໂ ຄ ວິ ດ ຢູ່ບັນດາປະເທດທີ່ມີຊາຍແດນຕິດກັບ ສປປ ລາວ, ອໍານາດການປົກຄອງແຂວງອັດຕະປືຍັງໄດ້ມອບໃຫ້ກໍາລັງ ປກສ ແຂວງ, ເມືອງ, ພະແນກສາທາລະນະສຸກ ແຂວງ, 5 ຕົວເມືອງລົງກວດຈຸດສ່ຽງທີ່ຈະມີແຮງງານລັກລອບເຂົ້າ-ອອກເມືອງທີ່ຜິດກົດໝາຍ,

ໃຫ້ບັນດາເມືອງແຈ້ງການເຖິງບັນດາບ້ານ ເພື່ອໃຫ້ມີສະຕິ ແລະ ໃຫ້ຄວາມຮ່ວມມື ຕໍ່ເຈົ້າໜ້າທີ່ໃນການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ, ພ້ອມນັ້ນຍັງໃຫ້ຄະນະສະເພາະກິດກໍານົດຈຸດກັກກັນຄືນໃໝ່ ແລະ ວາງມາດຕະການຄືນໃໝ່ຕໍ່ແຮງງານ, ນັກສຶກສາ ແລະ ນັກທຸລະກິດທີ່ເດີນທາງເຂົ້າ-ອອກແຂວງອັດຕະປື, ບັນຮ້ານບັນເທິງ ແລະ ຮ້ານຄາລາໂອເກະ ແມ່ນໃຫ້ປະຕິບັດການ ເປີດ-ປິດ ຕາມລະບຽບການຢ່າງເຂັ້ມງວດ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button