ນັກແປພາສາມື ເຊິ່ງເປັນຜູ້ທີ່ຊ່ວຍແປພາສາມື ທ່າມກາງການຖະແຫຼງການ

ນາງ ໂສພາພອນ ເຮືອງລິດ ອາຊີບນັກແປພາສາມື ເຊິ່ງເປັນຜູ້ທີ່ຊ່ວຍແປພາສາມື ທ່າມກາງການຖະແຫຼງການຂອງຄະນະສະເພາະກິດໃນໄລຍະນີ້.

ນາງ ໂສພາພອນ ເລີ່ມແປພາສາມືຕັ້ງແຕ່ປີ 2016 ແລະ ປັດຈຸບັນ ເປັນຜູ້ບໍລິຫານ ແລະ ຜູ້ກໍ່ຕັ້ງ ສູນການສຶກສາເພື່ອຜູ້ບົກພ່ອງທາງການໄດ້ຍິນມືແຫ່ງຄວາມຫວັງ ເຊິ່ງຕັ້ງຢູ່ບ້ານຫາຍໂສກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ໂດຍໄດ້ເຂົ້າຮ່ວມການແປພາສາມືມາແລ້ວ ຫຼາຍກວ່າ 40 ງານທີ່ໂດດເດັ່ນເຊັ່ນ: ກອງປະຊຸມຂອງກະຊວງສຶກສາ, ງານຂອງສະຖານທູດຕ່າງໆ, ແປໜັງຊີຣີ ແລະ ຄອນເສີດຕ່າງໆ.ໃນປະເທດລາວ ມີຜູ້ພິການຫູທັງໝົດ 69.000 ກວ່າຄົນ (ສະຖິຕິຈາກສະມາຄົມຄົນພິການແຫ່ງຊາດລາວ

ເຊິ່ງໃນນັ້ນ ມີພຽງ 2.000 ກວ່າຄົນທີ່ເຂົ້າເຖິງການສຶກສາ (ຕັ້ງແຕ່ປີ 2013-2021) ເຊິ່ງຍັງເປັນສິ່ງທ້າທາຍຫຼາຍ ໃນການເຮັດໃຫ້ເຂົາເຈົ້າໄດ້ຮັບການສຶກສາ, ການບໍລິການທາງດ້ານສາທາລະນະສຸກ ແລະ ການບໍລິການອື່ນໆຢ່າງທົ່ວເຖິງເທົ່າທີ່ຄວນ.ສຸດທ້າຍ, ນາງ ໂສພາພອນ ຍັງຮຽກຮ້ອງມາຍັງສັງຄົມວ່າ: “ຢາກໃຫ້ສັງຄົມເຂົ້າໃຈ ແລະ ສົ່ງເສີມຜູ້ພິການທາງການໄດ້ຍິນຫຼາຍຂຶ້ນ ພ້ອມກັບເປີດໃຈ ແລະ ໃຫ້ໂອກາດເຂົາເຈົ້າ ເພື່ອໃຫ້ເຂົາເຈົ້າໄດ້ພູມໃຈໃນຈຸດຢືນທີ່ເຂົາເຈົ້າເປັນຢູ່
