ຂ່າວທົ່ວໄປ

ນັກວິໄຈຍີ່ປຸ່ນ ພັດທະນາ “ ວິທີກວດໂຄວິດ” ແບບໃໝ່ ຮູ້ຜົນໄດ້ໃນ 5 ວິນາທີ.

ວັນທີ 20 ເມສາ ສໍານັກຂ່າວຊິນຫົວຂອງຈີນ ລາຍງານວ່າ ສື່ທ້ອງຖິ່ນຍີ່ປຸ່ນລາຍງານວ່າ ຄະນະນັກວິໄຈຊາວຍີ່ປຸ່ນຈາກສະຖາບັນວິໄຈລິເກນ (Riken) ມະຫາວິທະຍາໄລໂຕກຽວ (University of Tokyo) ແລະ ອື່ນໆ ກ່າວວ່າພວກເຂົາໄດ້ພັດທະນາວິທີກວດໂຄວິດຕິດເຊື້ອໄວຣັສໂຄໂລນາສາຍພັນໃໝ່ (ໂຄວິດ-19) ທີ່ຮູ້ຜົນກວດໄດ້ພາຍໃນ 5 ນາທີ.

ວິທີໃໝ່ນີ້ໃຊ້ການນໍາຕົວຢ່າງຂອງໄວຣັສໂຄໂລນາສາຍພັນໃໝ່ (SARS-COV-2) ມາວາງເທິງຈານແກ້ວແບບພິເສດທີ່ຖືກສ້າງຂຶ້ນ ໂດຍວິທີການຂຶ້ນຮູບລະດັບໄມໂຄຣ ແລະ ມີຮອຍບຸ່ມ 1 ລ້ານຮອຍຕໍ່ຕາຕະລາງເຊນຕິແມັດ ເຮັດໜ້າທີ່ຄືກັນກັບຫ້ອງກວດຂະໜາດໜ້ອຍ ໂດຍຫ້ອງກວດຂະໜາດໜ້ອຍແຕ່ລະຫ້ອງຈະບັນຈຸນໍ້າຍາກວດໄວ້ ແລະ ຈະຜະລິດແສງອອກມາເມື່ອກວດພົບວ່າຕົວຢ່າງສິ່ງສົ່ງກວດມີອາເອນເອ (RNA) ຂອງໄວຣັສ.

ເອັນເອສເຄ (NHK) ຜູ້ເຜີຍແຜ່ພາບກະຈາຍແສງສາທາລະນະຂອງຍີ່ປຸນ ລະບຸວ່າວິທີການກວດດັ່ງກ່າວແຕກຕ່າງຈາກການກວດແບບພີຊີອາ (PCR) ຕາມມາດຕະຖານ ເນື່ອງຈາກວິທີການກວດແບບໃໝ່ທີ່ວ່ອງໄວ ບໍ່ຈໍາເປັນຕ້ອງນໍາອາເອນເອຂອງໄວຣັສ ມາຂະຫຍາຍ ເພາະມັນສາມາດກວດຈັບໄວຣັສທີ່ມີຈໍານວນໜ້ອຍຫຼາຍໄດ້ໃນຫ້ອງກວດຂະໜາດໜ້ອຍດັ່ງກ່າວ.

ຄະນະນັກວິໄຈກ່າວວ່າການກວດທີ່ໃຊ້ວິທີການ ແລະ ເທັກໂນໂລຍີໃໝ່ນີ້ ແຕກຕ່າງຈາກການກວດແບບພີຊີອາມາດຕະຖານທີ່ຕ້ອງໃຊ້ເວລາກວດ 1 ຊົ່ວໂມງ ຫຼື ຫຼາຍກ່ວາ ໂດຍສາມາດຮູ້ຜົນກວດພາຍໃນ 5 ວິນາທີ.

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button