ແຈ້ງການ
ຂ່າວດ່ວນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແຈ້ງການປິດປັບປຸງ ເລີ່ມ 23 ເຖິງ 24 ເມສາ 2021

#ແຈ້ງການ#ເຖິງ: ບັນດາທ່ານລູກຄ້າຜູ້ໃຊ້ບໍລິການຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ທີ່ນັບຖື.

#ເລື່ອງ: ການປັບປຸງລະບົບ Core Banking ໃໝ່.ເພື່ອເປັນການພັດທະນາລະບົບ ແລະ ຍົກສູງປະສິດທິພາບການບໍລິການໃຫ້ມີຄວາມທັນສະໄໝ ແລະ ປອດໄພຍິ່ງຂຶ້ນ.

ທຄຕລ ຈຶ່ງມີຄວາມຈໍາເປັນປ່ຽນຈາກລະບົບ Core Banking ເກົ່າ ໄປສູ່ລະບົບ Core Banking ໃໝ່ ເຊິ່ງໃນຊ່ວງເວລາການປັບປຸງລະບົບ ທຄຕລ ຈະໄດ້ຢຸດການບໍລິການຊົ່ວຄາວ

ເລີ່ມແຕ່ ເວລາ 20:00 ໂມງ ຂອງວັນທີ 23 ເມສາ 2021 ເຖິງເວລາ 10:00 ໂມງ ຂອງ ວັນທີ 24 ເມສາ 2021 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຂໍອະໄພເປັນຢ່າງສູງມາຍັງບັນດາທ່ານໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ🙏
