ທາງດ່ວນ!.. ປິດຊ່ວງທາງລະຫວ່າງສະຖານີນະບ້ານບົວຫາສະຖານີໂພນຄຳຊົ່ວຄາວ

ການປ້ອງກັນພະຍາດໂຄວິດ-19‼ຄູ່ມືການເດີນທາງເທິງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ໃນວັນທີ 21 ເມສາ ທາງພວກເຮົາໄດ້ຮັບແຈ້ງການດ່ວນຈາກລັດຖະບານ,

ດັ່ງນັ້ນ, ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ຈຶ່ງຈະໄດ້ຈັດຕັ້ງປະຕິບັດການປ້ອງກັນ ແລະ ຄວບຄຸມສະພາບການລະບາດຂອງພະຍາດປອດອັກເສບໃນນະຄອນຫລວງວຽງຈັນ ແລະ ຮັກສາຄວາມສະດວກໃນການສັນຈອນເທິງທາງດ່ວນ.

ປັດຈຸບັນເພື່ອເປັນການປະຕິບັດຕາມນະໂຍບາຍ ແລະ ຄຳສັ່ງປິດນະຄອນຫຼວງວຽງຈັນເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19, ເພື່ອຫຼີກລ່ຽງສະຖານະການການລັກລອບຂ້າມເມືອງ,

ດັ່ງນັ້ນ, ທາງດ່ວນວຽງຈັນ-ວັງວຽງ ຈຶ່ງຈະໄດ້ປິດຊ່ວງທາງລະຫວ່າງສະຖານີນະບ້ານບົວຫາສະຖານີໂພນຄຳເປັນການຊົ່ວຄາວ.

ຜູ້ຂັບຂີ່ທີ່ຕ້ອງການເດີນທາງຈາກທິດທາງນະຄອນຫຼວງວຽງຈັນໄປຫາວັງວຽງ, ແມ່ນສາມາດເດີນທາງໄປໄດ້ພຽງແຕ່ສະຖານີນາຊອນ ແລະ ສະຖານີບ້ານບົວ.

ສ່ວນຍານພາຫະນະທີ່ເຂົ້າມາທາງສະຖານີບ້ານບົວແມ່ນສາມາດອອກໄດ້ທີ່ສະຖານີນາຊອນ ແລະ ສະຖານີນະຄອນຫຼວງວຽງຈັນ.

ກໍ່ຄື: ປະຊາຊົນທີ່ຢູ່ພາຍໃນແຂວງນະຄອນຫຼວງວຽງຈັນແມ່ນສາມາດນຳໃຊ້ທາງດ່ວນຊ່ວງສະຖານີນະຄອນຫຼວງຫາສະຖານີບ້ານບົວພາຍໃນຂອບເຂດແຂວງນະຄອນຫຼວງວຽງຈັນເທົ່ານັ້ນ.

ຜູ້ຂັບຂີ່ທີ່ຕ້ອງການເດີນທາງຈາກທິດທາງວັງວຽງເພື່ອໄປຍັງນະຄອນຫຼວງວຽງຈັນ, ແມ່ນສາມາດໄປໄດ້ໄກສຸດພຽງແຕ່ສະຖານີໂພນຄຳ (ສະກ້າ). ຍານພາຫະນະທີ່ເຂົ້າມາທາງສະຖານີໂພນຄຳ (ສະກ້າ) ສາມາດເດີນທາງໄປໄດ້ພຽງທິດທາງໄປວັງວຽງ, ບໍ່ສາມາດເດີນທາງມາຍັງທິດທາງນະຄອນຫຼວງວຽງຈັນໄດ້.

ກໍ່ຄື: ປະຊາຊົນທີ່ຢູ່ພາຍໃນແຂວງວຽງຈັນແມ່ນສາມາດນຳໃຊ້ທາງດ່ວນຊ່ວງສະຖານີໂພນຄຳຫາສະຖານີວັງວຽງພາຍໃນຂອບເຂດແຂວງວຽງຈັນເທົ່ານັ້ນ.
ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ແລະ ພະນັກງານທຸກຄົນ ແມ່ນຈະຮ່ວມກັນຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງລັດຖະບານ ແລະ ຄະນະສະເພາະກິດຄວບຄຸມໂຄວິດ-19 ຢ່າງຕັ້ງໜ້າ!

ຈະຫ້າວຫັນໃນການປະກອບສ່ວນຕໍ່ສູ້, ປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຮ່ວມກັບລັດຖະບານລາວຢ່າງຕັ້ງໜ້າ!