ຂ່າວທົ່ວໄປ

ຊົມເຊີຍ ປກສ ນວ ລົງຕິດຕາມກວດກາການຕັ້ງຈຸດເຂົ້າ-ອອກ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງ ວັນທີ 22 ເມສາ 2021, ທ່ານ ພັອ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ປກສ ນວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາການປະຕິບັດຄໍາສັ່ງເລກທີ 15/ນຍ ຂອງກໍາລັງປ້ອງກັນຄວາມສະຫງົບ ໃນແຕ່ລະຈຸດປ້ອງກັນການເຂົ້າ-ອອກ ລະຫວ່າງເຂດແດນ ນະຄອນຫຼວງວຽງຈັນ ຫາ ແຂວງວຽງຈັນ ເພື່ອປ້ອງກັນການເຂົ້່າ-ອອກເດີນທາງ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ຕາມຈຸດເຂົ້າ-ອອກຕ່າງໆຄື:

ເຂດບ້ານທ່ານາສາ, ຈຸດບ້ານເຕົ່າໄຫ ເມືອງສັງທອງ ນວ ຫາ ແຂວງວຽງຈັນ; ນອກຈາກນີ້, ຍັງສຶບຕໍ່ກວດກາຈຸດກວດ ເຂດບ້ານນາດີ, ປະຕູເຂົ້າ-ອອກທາງດ່ວນຈຸດບ້ານບົວ, ປະຕູເຂົ້າອອກທາງດ່ວນນາຊອນ ແລະ ປະຕູເຂົ້າອອກທາງດ່ວນໄຊມົງຄຸນ ເມືອງນາຊາຍທອງ ນວ ຫາ ແຂວງວຽງຈັນ.

ໃນໂອກາດທີ່ ພັອ ຈັນຫອມ ແກ້ວສຸລະໄຊ ຮອງຫັວໜ້າກອງບັນຊາການ ປກສ ນວ ລົງຕິດຕາມກວດກາຄັ້ງນີ້, ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກໍາລັງປ້ອງກັນຄວາມສະຫງົບ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຢ່າງເຂັ້ມງວດ.

ພ້ອມທັງເນັ້ນໃຫ້ເອົາໃຈໃສ່ ປະຕິບັດຄໍາສັ່ງເລກທີ 15/ນຍ ລົງວັນທີ 21/04/2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ 19 ຢ່າງເຂັ້ມງວດ.

ໂດຍສະເພາະແມ່ນ ຜູ້ທີ່ເດີນທາງມາຈາກຕ່າງແຂວງ, ມີຈຸດປະສົງເຂົ້າມາ ນວ ແລະ ຜູ້ທີ່ເດີນທາງຈາກ ນວ ອອກໄປຕ່າງແຂວງ ແມ່ນບໍ່ອະນຸຍາດໃຫ້ເຂົ້າ-ອອກ ຍ້ອນຍັງມີການແຜ່ລະບາດຂອງພະຍາດໂຄວິດ 19 ໃນ ນວ ເພື່ອເປັນການສະກັດກັ້ນ ແລະ ຕ້ານບໍ່ໃຫ້ພະຍາດໂຄວິດ 19 ແຜ່ລາມເປັນວົງກວ້າງ ຢູ່ ສປປ ລາວ.

ນອກຈາກນີ້,ໃນຕອນບ່າຍຂອງວັນກຽວກັນ ພັອ ຄໍາເກີດ ກູມມານ ຮອງຫົວໜ້າກອງບັນຊາການ ປກສ ນວ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມກວດກາການຕັ້ງຈຸດເຂົ້າ-ອອກ ນວ

ລະຫວ່າງ ບ້ານສົມສະຫວາດ ເມືອງປາກງື່ມ ຫາ ແຂວງ ບໍລິຄໍາໄຊ; ຈຸດ 3 ແຍກທ່າກົກໄຮ ເມືອງປາກງື່ມ ນວ ຫາ ແຂວງວຽງຈັນ; ຈຸດເຂົ້າ-ອອກ ບ້ານຂຸດສາມບາດ ແລະ ບ້ານເວີນຄໍາ ເມືອງໄຊທານີ ນວ ຫາ ແຂວງວຽງຈັນ.

ປກສ ນະຄອນຫຼວງວຽງຈັນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button