ຂ່າວທົ່ວໄປ

ແຂວງສາລະວັນ ເຮັດແທ້ ກັກບໍລິເວນຜູ້ທີ່ເດີນທາງມາແຕ່ພື້ນທີ່ສ່ຽງ

ຂປລ. ແຫລ່ງຂ່າວຈາກແຂວງສາລະວັນ ໃຫ້ຮູ້ວ່າ: ຄະນະສະເພາະກິດແຂວງສາລະວັນ ໄດ້ຈຳກັດບໍລິເວນ ຜູ້ທີ່ເດີນທາງມາແຕ່ພື້ນທີ່ສ່ຽງ ກໍຄື ມາຈາກນະຄອນຫລວງວຽງຈັນ ທີ່ເດີນທາງມາໃນວັນທີ 21-22 ເມສາ 2021 ທີ່ເດີນທາງມາຮອດສາລະວັນ ດ້ວຍລົດຂົນສົ່ງໂດຍສານ 3 ຄັນ,

ເຊິ່ງມີຜູ້ໂດຍ ສານ 77 ຄົນ ແລ້ວສົ່ງໄປກັກບໍລິເວນຢູ່ສູນສຶກສານອກໂຮງຮຽນແຂວງເປັນເວລາ 14 ວັນ ເພື່ອກວດຫາເຊື້ອພະຍາດໂຄວິດ-19, ທັງນີ້ ກໍເພື່ອເປັນການປ້ອງກັນ, ສະກັດກັ້ນການລະບາດພະຍາດໂຄວິດ-19 ບໍ່ໃຫ້ແພ່ລາມເປັນວົງກວ້າງໃນຂອບເຂດທົ່ວປະເທດ ໂດຍສະເພາະແຂວງສາລະວັນ.

ການຈຳກັດບໍລິເວນ ຈະມີໜ່ວຍງານສະເພາະກິດ ປ້ອງກັນເວນຍາມ, ທີມແພດໝໍໃຫ້ການຕິດຕາມກວດກາເກັບຕົວຢ່າງເປັນແຕ່ລະໄລຍະ ເພື່ອຕິດຕາມອາການຂອງເຊື້ອພະຍາດໂຄວິດ-19.

ຂ່າວ: ທິດລານີ ໂຄດໂຍທາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button