ຊົມເຊີຍ! ເຈົ້າໜ້າລົງເຮັດບົດບັນທຶກກ່າວເຕືອນ ຕໍ່ຮ້ານສະນຸກເກີ ທີ່ບໍ່ປະຕິບັດຕາມຄຳສັ່ງເລກທີ 15/ນຍ. ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ:

ໃນວັນທີ 21 ເມສາ 2021 ເວລາ 17:00 ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າມີຮ້ານສະນຸກເກີໄດ້ເປີດບໍລິການຢູ່ເຂດບ້ານໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນພາຍຫຼັງລົງກວດສອບແມ່ນ ພົບຜູ້ມາໃຊ້ບໍລິການ ຈຳນວນ 10 ຄົນ, ພະນັກງານເຝົ້າຮ້ານ 2 ຄົນ,

ຈາກນັ້ນໄດ້ມອບໃຫ້ ປກສ ກຸ່ມ, ອໍານາດການປົກຄອງບ້ານສືບຕໍ່ເກັບກໍາຂໍ້ມູນ ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ ແລະ ມອບໃຫ້ເຈົ້າຂອງຮ້ານຖ້າມີເຫດການກໍລະນີຕິດເຊື້ອພະຍາດໂຄວິດ-19 ຕ້ອງຮັບຜິດຊອບທາງແພ່ງ ແລະ ທາງອາຍາຕໍ່ຜົນເສຍຫາຍທີ່ເກີດຂຶ້ນ.

ຖ້າພົບເຫັນບັນຫາທີ່ຂັດຕໍ່ມາດຕະການປ້ອງກັນໂຄວິດ-19 ສາມາດແຈ້ງທາງເບີວອດແອັບ 02028899774
ທີ່ມາ
