ຫມາກລີ້ນໄມ້ ຊ່ວຍປິ່ນປົວເບົາຫວານ

ຫມາກລີ້ນໄມ້ ເປັນໄມ້ຢືນຕົ້ນຂະໜາດນ້ອຍ ສູງ 5-10 ມ, ແຕກກີ່ງງ່າ ຫຼື ບາງຕົ້ນບໍ່ມີງ່າ. ໃບຈັບກົງກັນຂ້າມ, ເປັນໃບປະສົມແບບຂົນນົກ 2-4 ຊັ້ນ, ແຜ່ນໃບຮູບສາມຫຼ່ຽມ-ຮູບໄຂ່, ກ້ຽງ, ບາງເມື່ອແຫ້ງ, ໂຄນໃບມົນ, ບ້ຽວ, ຂອບລຽບ. ຊໍ່ດອກຕັ້ງຊື່, ເກີດທີ່ປາຍຍອດ, ກາບດອກມີຂະໜາດໃຫຍ່, ສີມ່ວງ, ຫຼື ເປັນຮູບລຳໂພງ. ກິບດອກສີມ່ວງປົນສີແດງ ຫຼື ສີເຫຼືອງ, ແສກປາກມີສອງແສກ, ສີຂົນຢູ່ໃກ້ໂຄນດອກ. ເກສອນຜູ້ມີ 5 ອັນເທົ່າກັນ, ເປັນທໍ່ຍາວ, ຮວງຮັບເປັນຮູບລີ້ນ, ແປ. ໝາກແຫ້ງແລ້ວແຕກ, ເປືອກແຂງ, ຂອບເປັນນູນ. ແກ່ນມົນ, ມີປີກເປັນເຈ້ຍບາງ.

ເປືອກ, ໃບ, ຮາກ, ເປືອກຮາກ, ໝາກ ແລະ ແກ່ນ ໃຊ້ເປັນຢາປີ່ນປົ່ວງູກັດ.

1) ເປືອກ: ຕົ້ມເປືອກດື່ມນ້ຳເພື່ອຮັກສາພະຍາດບາດແຜໃນກະເພາະອາຫານ ແລະ ທາດຈາກເປືອກສາມາດໃຊ້ເປັນຢາປົວມະເຮັງປາກ, ຫິດ ແລະ ພະຍາດຜີວໜັງອື່ນໆ. ນ້ຳຄັ່ນຈາກເປືອກໃຊ້ເປັນຢາຊູກຳລັງ ແລະ ຮັກສາບາດແຜທີ່ມີປະໂຫຍດໃນການຮັກສາອາການຖອກທ້ອງ, ປະດົງຂໍ້ ແລະ ພະຍາດອັບເສັບ.

2) ຮາກ: ນຳໃຊ້ເປັນຢາປົ່ວອັບເສບ, ຮັກສາມົດລູກ, ຮັກສາເສັ້ນປະສາດ, ຮັກສາອາການໄຂ້, ໄອ, ຮັກສາພະຍາດເບື່ອອາຫານ, ຮັກສາອາການຖອກທ້ອງ, ຮັກສາພະຍາດເບົາຫວານ ແລະ ອື່ນໆ.

3) ເປືອກຮາກ:ນຳໃຊ້ເປັນຢາຮັກສາບາດແຜ, ຮັກສາອາການເຈັບກະເພາະອາຫານ, ລົດຄວາມຕຸ້ຍ, ສາມາດຮັກສາອາການເຈັບທ້ອງ.

4) ໃບ: ສາມາດຮັກສາອາການອັບເສບທາງພາຍນອກ, ເຈັບຫົວ ແລະ ບາດແຜ ແລະ ຍັງມີການນຳໃຊ້ຈັບປວດກ້າມຊີ້ນ ແລະ ຮັກສາແມງໄມ້ກັດ

5) ໝາກ: ສາມາດຮັກສາຂັບຂີ້ກະເທີ, ຂັບລົມໃນກະເພາະອາຫານ ແລະ ມີປະໂຫຍດໃນການແກ້ໄອຫລອດລົມອັບເສບ, ຮັກສາອາການອາຫານບໍ່ຍ່ອຍ, ທ້ອງບິດ, ທ້ອງເຟີ, ຮັກສາເດັກມັກຮ້ອງໃຫ້ຕອນກາງຄືນ ແລະ ພະຍາດຜິວໜັງ.

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *