ຂ່າວທົ່ວໄປ

ຂ່າວດ່ວນ ຫຼວງພະບາງ ມີຜູ້ຕິດ ໂ ຄ ວິ ດ 1 ຄົນ​ ແຊຣ໌ບອກຕໍ່ ໃຜໃກ້ສິດດູແລຕົວເອງດ່ວນ

ດ່ວນ ຫລວງພະບາງ ມາແລ້ວ 1 ຄົນຕິດເຊື້ອ ໃຜໄກ້ຊິດດູແລ ໂຕເອງດ່ວນ..​ ອ່ານເບິ່ງ Timeline 14-ປະຈຸບັນ

🔻14/4/21: ອອກເດີນທາງໄປຫຼວງພະບາງພັກຢູ່ວິລ່າມະຫາໂຊກແລະເລາະຫຼິ້ນບໍລິເວນນັ້ນ ຕອນແລງປະມານ9ໂມງແລງອອກໄປຮ້ານ ຟູມູນ (full moon) ແລ້ວໄປຕໍ່ເທັກດາວຟ້າ ແລ້ວກັບມານອນ

🔻15/4/21: ເລາະຢູ່ຕົວເມືອງຫຼວງພະບາງແລ້ວໄປຫຼິ້ນຢູ່ເສັ້ນກາງ ຫຼັງຈາກນັ້ນກະກັບມານອນ

🔻16/4/21 :ຕອນເຊົ້າໄປຮ້ານນວດຢູ່ແຖວບ່ອນພັກ(ບໍ່ຈື່ຊື່ຮ້ານ)ຫຼັງຈາກນັ້ນຫຼິ້ນປີໃໝ່ຢູ່ເສັ້ນກາງຄືເກົ່າແລ້ວກັບມານອນ

🔻17/4/21: ກັບບ້ານແລ້ວແວ່ກິນເຂົ້າຢູ່ວັງວຽງ(ຮ້ານຂາຍລາບ-ແກງ ແຖວຕະຫຼາດມືດ)ແລ້ວກໍ່ກັບບ້ານເລີຍຫຼັງຈາກຮອດບ້ານກໍ່ບໍ່ໃດ້ໄປໃສ

🔻18/4/21: ຕອນເຊົ້າໄປຫຼັກ52 ຕອນແລງມາສູ່ຂວັນບ້ານໝູ່ຢູ່ນາປູນ

🔻19/4/21: ໃດ້ເຂົ້າໄປວຽງຈັນໄປບ້ານດອນແດງແຖວຄລີນິກແຂ້ວຫຼັງຈາກນັ້ນໄປນັ່ງກິນຕຳຢູ່ໂພນຕ້ອງແລ້ວກໍ່ກັບບ້ານ

🔻20/4/21: ບໍ່ໃດ້ໄປໃສເລີ່ມມີອາການກັກໂຕຢູ່ບ້ານໝົດມື້

🔻21/4/21: ໃດ້ເຂົ້າໄປກວດຢູ່ເດີ່ນກິລາບຶງຂະຫຍອງຂາກັບແວ່ກິນເຂົ້າຮ້ານອາຫານຕາມສັ່ງແຖວທາງລົດໄຟດອນໜູນແລ້ວກັບມາບ້ານ

🔻22/4/21: ກັກໂຕໝົດມື້ລໍຖ້າຟັງຜົນ

🔻23/4/21: ຕອນເຊົ້າຮູ້ຜົນວ່າເປັນບວກ(➕)ເລີຍແຈ້ງໝູ່ທຸກຄົນຊາບທັນທີ

❌ໝາຍເຫດ:ສ່ວນໂຕແມ່ນບໍ່ໃດ້ພົວພັນກັບກັບຜູ້ກໍລະນີ59ນີ້ແມ່ນ ທາມໄລ ທັງຫມົດ ຂອງນ້ອງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button