ຝ່າຝືນຄຳສັ່ງ ສັ່ງປິດຖາວອນເລີຍ ຮ້ານປີ້ງເປັດ-ປີ້ງຈີນ ລັກຂາຍບໍລິການຂາຍປະເວນີ

ຕາມການລາຍງານຂອງພັທ ບຸນເລີກ ວົງຄຳ ຮອງຫົວໜ້າ ພະແນກຕຳຫຼວດຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 20 ໂມງ 40 ນາທີ ຂອງວັນທີ 22 ເມສາ 2021 ໄດ້ສຶບຕໍ່ປະຕິບັດຕາມທິດຊີ້ນຳຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ຂໍ້ຕົກລົງ ເລກທີ 120/ຫຕຫຼ ລົງວັນທີ 20 ເມສາ 2021 ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບການແກ້ໄຂບັນດາຮ້ານອາຫານ-ກິນດື່ມ ທີ່ຕິດພັນກັບການບໍລິການຂາຍປະເວນີ ໃນນະຄອນຫຼວງວຽງຈັນ.

ໃນການລົງກວດກາແກ້ໄຂການເປີດໃຫ້ບໍລິການຮ້ານປິ້ງເປັດ-ປິ້ງຈີນ ຕິດພັນກັບການໃຫ້ບໍລິການຂາຍປະເວນີ ເຈົ້າໜ້າທີ່ຕຳຫຼວດຕ້ານການຄ້າມະນຸດ ໄດ້ປະສານສົມທົບກັບ ປກສ ກຸ່ມ ແລະ ນາຍບ້ານໜອງດ້ວງໃຕ້ ກວດພົບເຫັນ 1 ຮ້ານ ມີສາວບໍລິການຈຳນວນ 4 ຄົນ, ເບື້ອງຕົ້ນໄດ້ສອບຖາມ ຍີງສາວຈຳນວນດັ່ງກ່າວກໍ່ຮັບສາລະພາບວ່າ: ໄດ້ພາກັບມາປະຈຳເປັນສາວບໍລິການປະຈຳຮ້ານ, ມີໜ້າທີ່ເສີບອາຫານ ແລະ ດື່ມເຫຫຼົ້າເບຍນຳແຂກ, ກໍລະນີ້ຜູ້ທີ່ມາກີນດື່ມຕ້ອງການຊື້ປະເວນີ້ ກໍ່ມີການຕົກລົງກັນຂາຍພາຍໃນຮ້ານດັ່ງກ່າວ.

ຕໍ່ກັບການກະທຳຂອງເຈົ້າຂອງກິດຈະການປິ້ງເປັດ-ປິ້ງຈີນ ແລະ ຍີງສາວ ດັ່ງກ່າວນີ້ເຫັນວ່າ: ຂັດກັບຮິດຄອງປະເພນີ້ອັນດີງາມຂອງຊາດ ແລະ ມີຄວາມສຽງຕໍ່ການຕິດແປດ ໂດຍສະເພາະການລະບາດພະຍາດໂຄວິດ 19,

ນອກນັ້ນຍັງເປັນການກະທຳທີ່ແຕະຕ້ອງເຖີງລະບຽບການດຳລົງຊີວິດ,ສາຍພົວພັນສັງຄົມທີ່ປະມວນກົດໝາຍອາຍກຳນົດໄວວ້ໃນມາດຕາ 260 ແຕ່ຍ້ອນຄວາມບໍ່ຮູ້ເທົ້້າເຖີງການ ແລະ ເປັນການກະທຳທີ່ເກີດຂື້ນ ແລະ ຍັງບໍ່ທັນມີຜົນເສຍທີ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ

ເຈົ້າໜ້າທີ່ພະແນກຕຳຫຼວດຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ຈື່ງໄດ້ສຶກສາອົບຮົມກ່າວເຕືອນໃຫ້ຢຸດຢ່າງຖາວອນ ແລະ ແນະນຳໃຫ້ຫຍີງສາວ ໄປຊອກປະກອບອາຊີບທີ່ທຸດຈະລິດ