ຊົມເຊີຍ ກັບມາອີກແລ້ວ ໜຸ່ມໃຈງາມ ຫຼຸດຄ່າຫ້ອງເຊົ່າໃນຊ່ວງ ໂ ຄ ວິ ດ -19

ຜູ້ໃຊ້ເຟສບຸກ Tui Kedsana Sundara ໄດ້ໂພສວິດີໂອ ພ້ອມກັບສະແດງຄວາມຄິດເຫັນກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວເຮົາ ໂດຍຜູ້ໃຊ້ເຟສບຸກລາຍນີ້ ແມ່ນເປັນເຈົ້າຂອງຫ້ອງແຖວ ຢູ່ ບ້ານ ສາລາຄໍາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ເຊິ່ງໃນວິດີໂອແມ່ນໄດ້ລະບຸບາງຕອນວ່າ: ຕົນເອງຈະໄດ້ຫຼຸດຄ່າເຊົ່າຫ້ອງແຖວ ເຄີ່ງລາຄາ ຈາກລາຄາປົກກະຕິ 500,000 ກີບ ເຫຼືອ 250,000 ກີບ ແລະ ສຳລັບຫ້ອງລາຄາ 400,000 ກີບ ເຫຼືອ 200,000 ກີບ ໃຫ້ກັບຜູ້ພັກອາໄສ ເຊິ່ງສ່ວນຫຼາຍແມ່ນຜູ້ຫາເຊົ້າກິນຄໍ່າ ຜູ້ທີ່ມີລາຍຮັບໜ້ອຍຢູ່ແລ້ວ ແຕ່ຕ້ອງມາພົບກັບວິກິດຄັ້ງນີ້ ແລະ ຍັງແນະນຳໃຫ້ຜູ້ທີ່ເຮັດທຸລະກິດແບບດຽວກັນ ໃຫ້ຊ່ວຍກັນຄົນລະເລັກລະນ້ອຍ ເປັນຕົ້ນແມ່ນ: ການຫຼຸດຄ່າເຊົ່າ, ບໍ່ເກັບຄ່ານໍ້າ ຄ່າໄຟ ຫຼື ຄ່າຂີ້ເຫຍື້ອ. ເພື່ອເປັນການຊ່ວຍເຫຼືອເຊິ່ງກັນແລະກັນໃນຍາມຍາກ ແລະ ທັງເປັນການແບ່ງເບົາພາລະໃຫ້ກັບລັດຖະບານອີກດ້ວຍ.

ຖ້າທຸກຄົນຍັງຈື່ໄດ້, ໜຸ່ມຄົນດັ່ງກ່າວນີ້ ເຄີຍໄດ້ຫຼຸດລາຄາຫ້ອງເຊົ່າມາແລ້ວ ໃນຊ່ວງໂຄວິດ-19 ໃນປີກາຍ, ກໍ່ຄືໃນໄລຍະທຳອິດທີ່ມີການລະບາດໃນ ສປປ ລາວ

ນອກຈາກນີ້, ຜູ້ກ່ຽວຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ປະກອບການທຸລະກິດຫ້ອງແຖວ ຫ້ອງເຊົ່າ ອອກມາຮ່ວມໃຈກັນ, ຊອກວິທີທາງເພື່ອຊ່ວຍເຫຼືອເຊີ່ງກັນໃນຍາມວິກິດແບບນີ້.