ເຕືອນໄພ

ແຊຣ໌ເຕືອນ ຂ່າວອຸຕຸເຕືອນກຽມຮັບມືຝົນຕົກປານກາງ – ໜັກ ພ້ອມມີລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ – ລົມພັດແຮງໃນໄລຍະວັນທີ 19 – 25 ເມສາ 2021 ຄວາມກົດດັນຕ່ໍາຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່.

ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ເປັນບໍລິເວນກວ້າງຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາຕົກໜັກ ພ້ອມມີລົມພັດແຮງ, ຟ້າຜ່າ, ໝາກເຫັບຕົກ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້.

ຂໍແຈ້ງເຕືອນເຖີງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນຫາ ຮ້ອນເອົ້າ ທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າແລະ ໝາກເຫັບຕົກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້. ພ້ອມນີ້ ຂໍໃຫ້ຕິດຕາມການລາຍງານຂ່າວສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button