ໃນວັນທີ 24.04.2021 ເວລາ 05:50ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດຂັບຂີ່ລົດບັນທຸກ 12ລໍ້ ເສຍຫລັກປີ້ນຢູ່ເສັ້ນທາງບ້ານ ນາເມືອງ ເມືອງນານ ແຂວງຫລວງພະບາງ.

ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີ່ ເພດຊາຍ01ຄົນ ຊື່:ທ້າວ ວັນຜາລີ ຈັນແພງສີ ອາຍຸ44ປີ ບ້ານຢູ່ປັດຈຸບັນບ້ານ ມະນີລາດ ເມືອງໄຊບູລີ ແຂວງສະຫວັນນະເຂດ.

ທາງຫນ່ວຍກູ້ຊີບອົງການກາແດງລາວແຂວງຫລວງພະບາງໄດ້ທຳການຫໍ່ສົບແລ້ວມອບໃຫ້ລົດກູ້ໄພແຂວວຽງຈັນນຳສົ່ງ ບ້ານຂອງຜູ້ເສຍຊີວິດທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ.

#ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ 071 1625 ; 030 9211625