ຫຼັງຈາກທີ່ເລີ່ມມີການລະບາດຂອງພະບາດໂຄວິດ-19 ໃນ ສປປ ລາວອີກຄັ້ງ. ກໍ່ໄດ້ມີເລື່ອງລາວທີ່ໜ້າປະທັບໃຈຫຼາຍຢ່າງ ໜື່ງໃນນັ້ນ, ກໍ່ແມ່ນເລື່ອງລາວຂອງຕູ້ແບ່ງປັນຄວາມສຸກ ແລະ ຖ້າທຸກຄົນຍັງຈື່ໄດ້ ເມື່ອປີກາຍ ໃນຂະນະທີ່ທົ່ວສັງຄົມກຳລັງພົບກັບວິກິດຂອງໂຄວິດ-19 ກໍ່ໄດ້ມີການຕິດຕັ້ງຕູ້ແບ່ງປັນຄວາມສຸກຂຶ້ນໃນຫຼາຍໆຈຸດ ໂດຍຫຼາຍພາກສ່ວນ

ແລະ ມື້ນີ້, ຕູ້ແບ່ງປັນຄວາມສຸກ ທີ່ຕັ້ງຢູ່ປ້າຍລົດເມ ໜ້າຫໍພັກ ດົງໂດກ ກໍ່ໄດ້ຮັບກັນປັດຝຸ່ນອະນາໄມອີກຄັ້ງ ໂດຍກຸ່ມນັກສຶກພາຍໃນ ມຊ ເພື່ອເປັນການແບ່ງປັນນໍ້າໃຈເລັກໆນ້ອຍໆຈາກຄົນລາວນຳ ໃນເວລາທີ່ປະເທດຊາດກຳລັງປະເຊີນກັບສະພາບການລະບາດຂອງພະຍາດໂຄວິດ-19

ສຳລັບ, ທ່ານໃດ ທີ່ມີຈຸດປະສົງຢາກຈະເອົາອາຫານແຫ້ງ ຫຼື ເຄື່ອງໃຊ້ຈຳເປັນຕ່າງໆໄປໃສ່ໄວ້ ເພື່ອໃຫ້ຜູ້ທີ່ຂາດແຄ້ນ ກໍ່ສາມາດເອົາໄປໃສ່ໄດ້

ແລະ ສຳລັບຜູ້ທີ່ໄປເອົາ ກໍ່ຂໍຄວາມຮ່ວມມືນຳ ໃຫ້ເອົາໃນປະລິມານທີ່ພໍດີ, ເພື່ອແຜ່ໃຫ້ຜູ້ທີ່ບໍ່ມີອີກຫຼາຍໆຄົນ