ຂ່າວທົ່ວໄປ

ພະຍາດຊໍ້າເຮື້ອ ລົດ10 ລໍ້​ ບັນທຸກຫີນນໍ້າໜັກເກີນ ເຮັດໃຫ້ຂົວຫັກກັບທີ່

24.​4.​2021 ເວລາ11:30 ໂມງເຊົ້າ, ຄົນຂັບຊື່ ທ້າວ​ຄຳພອງ ສີສະຫວາດ ບ້ານໂພນ ເມືອງແປກ ແຂວງຊຽງຂວງ,

ເຊິ່ງຜູ້ກ່ຽວໄດ້ໄປແກ່ຫີນມາຈາກບໍລິສັດ​ ວັນລອງ ບ້ານສັນທົ່ງ ເມືອງເລົ່າງາມ, ມີນຳ້ໜັກທັງລົດ ແລະຫີນລວມ 36 ໂຕນ,

ກຽມມຸ້ງໜ້າໄປສົ່ງຫີນຢູ່ເມືອງປາກຊ່ອງແຂວງຈຳປາສັກ,​ ເມືອໄດ້ມາຮອດກາງຂົວຫ້ວຍຕະປຸງ ຈິງເຮັດໃຫ້ຂົວຫັກລົງທັນທີ,​ ເຮັດໃຫ້ການສັນຈອນໄປມາບໍ່ໄດ້ຫຼາຍຊົ່ວໂມງ,

ຕໍ່ມາເຈົ້າໜ້າທີ່ໆກ່ຽວຂ້ອງຂອງລັດໄດ້ມີການປະສານກັນ ແລະຂົນຫີນໃນລົດຜູ້ກ່ຽວອອກ ແລະດືງລົດຄັນດັ່ງກ່າວອອກ​ ແລະສ້ອມແປງທາງເວັ້ນຊົ່ວຄາວຈິ່ງເຮັດໃຫ້ການສັນຈອນໄປ-ມາໄດ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button