ກະຊາຍຈືດ ໃຊ້ເປັນຢາແກ້ເມົາຄ້າງ ຊ່ວຍບຳລຸງການໄຫຼວຽນຂອງເລືອດໄດ້ດີ

ບັນຍາຍລັກສະນະພືດສາດ

ເປັນພືດທີ່ມີເຫງົ້າໃຕ້ດິນ ສູງ 70 ຊັງຕິແມັດ. ເຫງົ້າດ້ານນອກສີນ້ຳຕານ, ດ້ານໃນສີຂາວ. ລຳຕົ້ນສູງ, ປ້ອງຍາວ 10 ຊັງຕິແມັດ. ໃບ 6-8, ກາບໃບຍາວ 18 ຊັງຕິແມັດ; ລີ້ນໃບແຍກເປັນສອງແສກ, ກ້ານໃນສັ້ນໆ; ແຜ່ນໃບຮູບຮີ, ຂະໜາດ 25 x 7 ຊັງຕິແມັດ, ດ້ານລຸ່ມມັກເປັນສີແດງ, ກ້ຽງທັ້ງສອງດ້ານ. ຊໍ່ດອກເກີດຈາກປາຍຍອດ, ມີປະມານ 10 ດອກຕໍ່ຊໍ່, ຊໍ່ຮູບຂອບຂະໜານ, ຍາວ 10 ຊັງຕິແມັດ; ໃບປະດັບຮູບຫອກ, ສີຂຽວ, ບາງ, ມີຂົນຊາ.

ດອກສີຂາວປົນສີແດງ. ກາບເປັນຫຼອດຍາວປາຍພຽງ, ສີຂາວ, ກ້ຽງ. ຫຼອດດອກຍາວ 3 ຊັງຕິແມັດ, ປາຍແຍກເປັນ 3 ແສກ: ຮູບຮີ ສີຂາວ, ກ້ຽງ. ກີບປາກເປັນຖົງ, ຮູບໄຂ່ກັບ, ດ້ານສີຂາວ, ດ້ານໃນສີແດງ.ກີບຄູ່ຂ້າງຮູບໄຂ່ກັບ ຫຼື ຮູບມົນກົມ. ສີຂາວ, ມີຈັດສີແດງບໍລິເວນກົກ, ກ້ຽງ. ເກສອນຜູ້ຍາວ 10 ມີນລີແມັດ, ສີຂາວ, ມີຂົນ. ເຕົ້າໄຂ່ຮຽວຍາວ, ສີຂຽວອ່ອນ, ກ້ຽງ. ໝາກທ້ອນກົມ, ຍາວ 14 ຊັງຕິແມັດ; ແກ່ນມີຂົນອ່ອນນຸ້ມ.

ບັນຍາຍການນຳໃຊ້

ຫົວຂອງມັນໃຊ້ເປັນຢາແກ້ເມົາຄ້າງຄ້າຍກັບເປັນຫວ້ານຈືດ, ມັນຍັງຊ່ວຍບຳລຸງການໄຫຼວຽນຂອງເລືອດໄດ້ດີ.

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *