ຂ່າວທົ່ວໄປ

ເກີດເຫດ ພະຍຸລະດູຮ້ອນເຂົ້າເມືອງທ່າແຂກ ສົ່ງຜົນກະທົບເຮັດໃຫ້ເສົາໄຟຟ້າຫັກໄຟຟ້າດັບເປັນບໍລິເວນກວ້າງ

#ແຈ້ງຂ່າວລົມພະຍຸລະດູຮ້ອນພັດຜ່ານ ສົ່ງຜົນກະທົບເຮັດໃຫ້ເສົາໄຟຟ້າຫັກໄຟຟ້າດັບເປັນບໍລິເວນກວ້າງ ເຂດ ເມືອງ ທ່າແຂກ ແຂວງ ຄໍາມ່ວນ.

#ໃນວັນທີ 26 ເມສາ 2021 , ເວລາປະມານ 2:00 ໂມງ, ເກີດພາຍຸລະດູຮ້ອນພັດຜ່ານ ເຂດບ້ານເຫຼົ່າໂພຄໍາ ເມືອງທ່າແຂກ.

ເຮັດໃຫ້ເກີດຄວາມເສຍຫາຍຕໍ່ລະບົບຕາຂ່າຍໄຟຟ້າເປັນວົງກ້ວາງ, ສົ່ງຜົນໃຫ້ເສົາຄອນກຼີດ 16 ແມັດ ຫັກ ຈໍານວນ 19 ຕົ້ນ, ເສົາ 12ແມັດ 1ຕົ້ນ ແລະ ອຸປະກອນຕາຂ່າຍ 22 ກິໂລໂວນເສຍຫາຍຢ່າງຫຼວງຫຼາຍ, ຜົນກະທົບເກີດຂື້ນໃນຄັ້ງນີ້ ເສົາໄຟລົ້ມໃສ່ຫຼັງຄາເຮືອນປະຊາຊົນເສຍຫາຍ 29ຫຼັງຄາ.

ຕໍ່ເຫດການດັ່ງກ່າວລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຄໍາມ່ວນໄດ້ຮີບຮ້ອນກູ້ຄືນລະບົບຕາຂ່າຍໃຫ້ກັບມາສະໜອງໃຫ້ແກ່ປະຊາຊົນໃຫ້ໄວທີ່ສຸດ, ສ່ວນຜົນເສຍຫາຍທັງໝົດຍັງບໍ່ທັນປະເມີນມູນຄ່າໄດ້.

ພາບ-ຂ່າວ: ພະແນກປະຊາສໍາພັນ ຄວາມປອດໄພ ປ້ອງກັນແຮງງານ ແລະ ສິ່ງແວດລ້ອມ ຟຟລ.ຄມ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button