ລັກສະນະທາງພືດສາດ: ເປັນພືດລົ້ມລຸກ, ທັງຕົ້ນ ແລະ ໃບ ສູງ 40-50 ຊມ, ມີເຫງົ້າສັ້ນ, ຮາກອວບຮູບຊົງກະບອກສ້ວຍເຂົ້າຫາປາຍ ດ້ານໃນສີຂາວ. ໃບດ່ຽວ, ຮູບຮີແກມຮູບຂອບຂະໜານ, ເສັ້ນກາງໃບດ້ານເທິງເປັນຮ່ອງ, ດ້ານລຸ່ມນູນເປັນສັນ, ໃບກ້ວາງ 8-15 ຊມ, ຍາວ 15-40 ຊມ, ຜິວໃບດ້ານເທີງກ້ຽງສີຂຽວເຂັ້ມ, ດ້ານລຸ່ມສີຂຽວຈາງມີຂົນສັ້ນ, ຂອບໃບລຽບ, ກົກໃບມົນ, ປາຍໃບແຫຼມ.
ດອກ ອອກເປັນຊໍ່ທີ່ຍອດລະຫວ່າງກາບໃບຄູ່ໃນສຸດ, ມີສີບົວອົມແດງ ແລະ ຂາວ, ດອກບານເຕັມທີ່ຂະໜາດ 3-6 ຊມ, ກາບດອກຖານເຊື່ອມຕິດກັນເປັນຫຼອດປາຍແຍກເປັນ 3 ແສກ, ກີບດອກຖານເຊື່ອມຕິດກັນເປັນຫຼອດປາຍກ້ວາງ ຍາວ 4-5.5 ຊມ,
ປາຍກີບແຍກເປັນ 3 ແສກ, ກີບປາກຮູບໄຂ່ກັບຍາວເຖິງ 3 ຊມ, ສ່ວນປາຍສີບົວອົມແດງ ແລະ ສີຈາງໄປທາງດ້ານໃນ ຜິວດ້ານນອກສີຂາວ, ເກສອນຜູ້ທີ່ເປັນໝັນສີບົວ ຍາວ 1.5 ຊມ, ເກສອນຜູ້ທີ່ສົມບູນ ຍາວ 1 ຊມ, ເຕົ້າໄຂ່ຜິວກ້ຽງ. ໝາກ ຮູບຮີ ແກ່ແລ້ວແຕກກາງພູ່.
ບັນຍາຍການນຳໃຊ້
ປິ່ນປົວພະຍາດ: ແກ້ທ້ອງອືດ ແລະ ເປັນຢາບຳລຸງຫົວໃຈ, ສ່ວນທີ່ໃຊ້: ໃຊ້ເຫງົ້າ ແລະ ຮາກ, ວິທີການນຳໃຊ້: ແກ້ທ້ອງອືດໃຊ້ເຫງົ້າ ແລະ ຮາກປະມານ 1 ກຳມືຕົ້ມເອົານ້ຳດື່ມ ຫຼື ໃຊ້ປຸງເປັນອາຫານກິນ, ສຳລັບເປັນຢາບຳລຸງຫົວໃຈແມ່ນໃຊ້ເຫງົ້າ ແລະ ຮາກກະຊາຍປອກເປືອກລ້າງນ້ຳໃຫ້ສະອາດແລ້ວຫັ່ນແຕກແດດແລ້ວບົດໃຫ້ເປັນຜົງຊົງໃສ່ນ້ຳຮ້ອນດື່ມ.
ການປູກຂະຫຍາຍພັນ: ກະຊາຍເປັນພືດເສດຖະກິດທີ່ປູກງ່າຍມັກດິນຜຸຜຸ່ຍລະບາຍນ້ຳໄດ້ດີ ຂະຫຍາຍພັນດ້ວຍການແຍກເຫງົ້າແມ່ນເປັນວິທີທີ່ງ່າຍທີ່ສຸດ.