ດອກຮູຮາ ໃຊ້ເປັນຢາຮັກສາອາການໄຂ້ ໄອ ປວດເມື່ອຍ ປວດຂໍ້ ປວດແອວ ປວດຫົວເຂົ່າ

ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມຂະໜາດກາງ, ສູງ 1.5-3 ແມັດ, ແຕກກິ່ງງ່າສາຂາຫຼາຍ, ຊົງຟຸ່ມຕຶບໜາ, ກິ່ງງ່າອ່ອນມັກມີຂົນສີຂາວ. ໃບດ່ຽວຈັບແບບກົງກັນຂ້າມ, ແຜ່ນໃບຮູບຮີ ຫຼື ຮູບໄຂ່, ປາຍແຫຼມ, ໂຄນໃບຮູບຫຼີ້ມ, ຂອບໃບລຽບ, ຂະໜາດ 7-14 x 3-6 ຊັງຕິແມັດ, ເນື້ອໃບໜາ, ມີຂົນປົກຄຸມທັ້ງສອງດ້ານ. ກ້ານໃບຍາວ 1-2 ຊັງຕິແມັດ, ມີຂົນ.

ດອກເກີດເປັນຊໍ່ທີ່ປາຍກີ່ງງ່າ, ໃບປະດັບຮູບຮີ ຫຼື ຮູບໄຂ່, ສີຂຽວ, ຊ້ອນກັນ. ດອກສີຂາວ, ມີເສັ້ນສີມ່ວງ. ມີເກສອນຜູ້ 2 ອັນທີ່ຍາວອອກມາຈາກຫຼອດກີບດອກ. ໝາກເປັນຝັກຍາວ ປະມານ 2 ຊັງຕິແມັດ, ມີຂົນ, ເມື່ອໝາກແຫ້ງແລ້ວແຕກ.

ບັນຍາຍການນຳໃຊ້

ດອກຮູຮາ ນຳມາເປັນອາຫານ ໂດຍສະເພາະແມ່ນເຮັດແກງປາ ແລະ ໃສ່ຊູບຜັກ, ຈະມີລົດຊາດຂົມອ່ອນໆ. ທັ້ງຕົ້ນໃຊ້ເປັນຢາຮັກສາອາການໄຂ້, ໄອ, ປວດເມື່ອຍ, ປວດຂໍ້, ປວດແອວ, ປວດຫົວເຂົ່າ. ໃບຍັງຊ່ວຍເປັນຢາຫ້າມເລືອດ ແລະ ຮັກສາຝີໜອງອິກດ້ວຍ.

ຂອບໃຈຂໍ້ມູນຈາກ: ພາເຂົ້າລາວ

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *