ຂ່າວທົ່ວໄປ

ຊົມເຊີຍ ນໍ້າໃຈງາມ“ລູກນໍ້າ ທິດາລັດ” ພ້ອມທີມງານແຈກອາຫານໃຫ້ປະຊາຊົນ ຊ່ວຍເຫຼືອຄົນລາວນຳກັນ

ນໍ້າໃຈງາມ! “ລູກນໍ້າ ທິດາລັດ” ພ້ອມທີມງານແຈກອາຫານໃຫ້ປະຊາຊົນຜູ້ຂາດເຂີນ ເຜີຍດີໃຈທີ່ເຫັນຮອຍຍິ້ມ ແລະ ໄດ້ຊ່ວຍເຫຼືອຄົນລາວນຳກັນ.

ເວົ້າໄດ້ວ່າງາມທັງກາຍ ແລະ ຈິດໃຈອີຫຼີສຳລັບຜູ້ຍິງຄົນນີ້ ໃຈບຸນຕະຫຼອດການ ບໍ່ວ່າຈະເກີດໄພພິບັດ ຫຼື ວິກິດການໃດ ລູກນໍ້າກໍພ້ອມຈະອອກມາເຮັດເພື່ອສັງຄົມຕະຫຼອດ. ລວມທັງການແພ່ລະບາດຂອງພະຍາດໂຄວິດ

ໃນຄັ້ງນີ້ ລູກນໍ້າ ພ້ອມທີມງານ Black Modeling ແລະ ຜູ້ໃຈບຸນຮ່ວມສົມທົບໃນການຊ່ວຍເຫຼືອເຊັ່ນກັນ ບໍ່ວ່າຈະເປັນແຮງງານ ແລະ ແຮງຊັບ ເພື່ອຢາກໃຫ້ຜູ້ຂາດເຂີນແທ້ໆ ໄດ້ຮັບໄປ.

ນອກນີ້ລູກນໍ້າຍັງໄດ້ໂພສພາບການຊ່ວຍເຫຼືອໃນເຟສຜ່ານແຄັບຊັນທີ່ວ່າ:​“ຕອນນີ້ແຈກໄປແລ້ວສ່ວນຫນຶ່ງ ຕອນນີ້ນົມເຮົາຫມົດລະເດີ້ ຍັງແຕ່ ຊຸດເຂົ້າສານ ໃຜລຳບາກ ຢໍ້າ ລຳບາກແທ້ໆ ມາເອົາໄດ້ #ຍັງເຫລືອ #ມາເອົາໄດ້ເວັ້ນໄລຍະຫ່າງໃສ່ຜ້າປິດປາກ ມາແດ່ເດີ້

ບາງຄົນມາເອົາກໍນໍ້າຕາຈົນຊິໄຫລ ເຮັດຫນ້າເສົ້າໆ ແລະ ທີ່ເຫັນຊັດເຈນເລີຍແມ່ນ ຮອຍຍິ້ມ ຮອຍຍິ້ມດີໃຈທີ່ໄດ້ມີເຂົ້າກິນໄປອີກ 2-3 ມື້ກໍຍັງດີ”

ສາມາດ ຕິດຕໍ່ມາເອົາເຄື່ອງທີ່ ຫ້ວຍຫົງຮ່ອມ 28 ແປະຕົ້ນຄູນ ເບີໂທ 55744299. ຂອບໃຈຜູ້ມາຮ່ວມຊ່ວຍ ໄດ້ອາຫານມາເພິ່ມອີກ 30 ກວ່າຖົງ ລວມເປັນ 70 ກວ່າ ຖົງ Ammx Vongsouly 500,000 ກີບ Merry Duangpaserd 1,000,000 ກີບ

ຂໍໃຫ້ເປັນທານແກ້ວທານທິບທີ່ຊ່ວຍເຫລືອຜູ້ຕົກທຸກໄດ້ຍາກເດີ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button