ກ້ານກາມນໍ້າ ເປັນຢາບໍາລຸງປະສາດ ແກ້ປະຈໍາເດືອນບໍ່ປົກກະຕິຂອງແມ່ຍິງ

ຕົ້ນເຫງືອກປາໝໍ່ຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-2 ມ, ລໍາຕົ້ນແຂງ, ມີໜາມຢູ່ຕາມຂໍ້ຂອງລໍາຕົ້ນ, ຂໍ້ລະ 4 ໜາມ, ລໍາຕົ້ນກົມ, ຕັ້ງຊື່, ມີສີຂາວອົມຂຽວ. ໃບເປັນໃບດ່ຽວ, ລັກສະນະຂອງໃບມີໜາມແຫຼມຢູ່ຂອບໃບ ແລະ ປາຍໃບ, ຂອບໃບເວົ້າເປັນໄລຍະ, ຜິວໃບລຽບເປັນມັນ, ແຜ່ນໃບສີຂຽວ, ເສັ້ນໃບສີຂາວ, ໃບກວ້າງ 4-7 ຊັງຕິແມັດ ແລະ ຍາວ 10-20 ຊັງຕິແມັດ, ໃບຈະເກີດເປັນຄູ່ກົງກັນຂ້າມກັນ.

ອອກດອກເປັນຊໍ່ຕັ້ງຕາມປາຍຍອດ, ດອກເປັນສີຂາວ, ຢູ່ດອກມີກີບຮອງດອກມີ 4 ກີບ, ກີບແຍກຈາກກັນ, ບໍລິເວນກາງດອກຈະມີເກສອນຜູ້ ແລະ ແມ່ຢູ່. ໝາກມີລັກສະນະເປັນຝັກສີນໍ້າຕານ, ຝັກມີລັກສະນະເປັນຊົງກະບອກ, ຮູບໄຂ່ ຫຼື ກົມຮີ, ເປືອກຝັກເປັນສີນໍ້າຕານ, ໃນຝັກມີແກ່ນ 4 ແກ່ນ.

ປະໂຫຍດ ແລະ ສັບພະຄຸນ:

  • . ຮາກມີສັບພະຄຸນເປັນຢາບໍາລຸງປະສາດ.
  • ທັງຕົ້ນຊ່ວຍລະບົບຍ່ອຍອາຫານອາຫານ.
  • ທັງຕົ້ນຊ່ວຍຕ້ານພະຍາດມະເຮັງ.
  • ຮາກຊ່ວຍແກ້ ແລະ ບັນເທົາອາການໄອ, ຫຼື ຈະໃຊ້ແກ່ນນໍາມາຕົ້ມດື່ມແກ້ອາການໄອກໍ່ໄດ້.
  • ຕົ້ນຊ່ວຍຮັກສາພະຍາດວັນນະໂລກ.
  • ທັງຕົ້ນຊ່ວຍແກ້ປະຈໍາເດືອນບໍ່ປົກກະຕິຂອງແມ່ຍິງ, ດ້ວຍການໃຊ້ທັງຕົ້ນນໍາມາຕົ້ນນໍາມາຕໍາປະສົມກັບນໍ້າເຜິ້ງນໍ້າມັນງາ.
  • ທັ້ງຕົ້ນຊ່ວຍຮັກສາພະຍາດຜິວໜັງ.

ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:

1) ຮັກສາພະຍາດຜິວໜັງ, ແຜພຸພອງ ໂດຍໃຊ້ທັງຕົ້ນ 3-4 ກໍາມື, ລ້າງໃຫ້ສະອາດ, ຕັດໃຫ້ເປັນຕ້ອນນໍາໄປຕົ້ມນໍ້າແລ້ວໃຊ້ອາບເຊົ້າ-ແລງ, ເປັນເວລາ 1 ອາທິດ.

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *